• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍົກຍ້າຍ ແລະ ແນະນຳປະຊາຊົນປ້ອງກັນ, ຫຼີກລຽງຝົນຕົກນ້ຳຖ້ວມ ແລະ ຄວາມດັນອາກາດອາການຕ່ຳ

      ຄວນຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼວງຈາກສະພາບຝົນຕົກ, ນ້ຳຖ້ວມຂອງພາຍຸ ລິນຟາ (Linfa), ຕິດຕາມສະພາບການຝົນຕົກນ້ຳຖ້ວມ ແລະ ຄວາມດັນອາກາດອາການຕ່ຳແຮງຂຶ້ນຈະກາຍເປັນພາຍຸໃນຊຸມມື້ຈະມາເຖິງຢ່າງໃກ້ຊິດ

ທ່ານ ເຈິ່ນກວາງຮ່ວາຍ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ
(ພາບ: VGP)
      ກອງປະຊຸມຂອງຫ້ອງວ່າການຜູ້ປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ເຊິ່ງດຳເນີນໃນຕອນເຊົ້າວັນທີ 12 ຕຸລາ ຢູ່ຮ່າໂນ້ຍ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ ຄວນຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼວງຈາກສະພາບຝົນຕົກ, ນ້ຳຖ້ວມຂອງພາຍຸ ລິນຟາ (Linfa), ຕິດຕາມສະພາບການຝົນຕົກນ້ຳຖ້ວມ ແລະ ຄວາມດັນອາກາດອາການຕ່ຳແຮງຂຶ້ນຈະກາຍເປັນພາຍຸໃນຊຸມມື້ຈະມາເຖິງຢ່າງໃກ້ຊິດ ເພື່ອກ່າວເຕືອນຕໍ່ປະຊາຊົນຢ່າງທັນການ.
        ໄລ່ມາຮອດຕອນບ່າຍວັນທີ 12 ຕຸລາ, ພາຍຸ ລິນຟາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ, ຜູ້ຫາຍສາບສູນ 14 ຄົນ, ຄວາມເສຍຫາຍທາງດ້ານເສດຖະກິດແມ່ນໃຫຍ່ຫຼວງທີ່ສຸດ. ທ່ານ ເຈິ່ນກວາງຮ່ວາຍ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ຖືວ່າ:
        “ໄພທຳມະຊາດໄດ້ສົ່ງຜົນສະທ້ອນໃນຂອບເຂດທີ່ໃຫຍ່ຫຼວງທີ່ສຸດ, ສະນັ້ນຕ້ອງສືບຕໍ່ຕິດຕາມການຜັນແປຂອງໄພທຳມະຊາດ, ແຈ້ງຂໍ້ມູນແນະນຳຕໍ່ອຳນາດການປົກຄອງ ແລະ ປະຊາຊົນຢ່າງທັນການ. ສິ່ງສຳຄັນທີ່ສຸດໃນປະຈຸບັນແມ່ນຕ້ອງຮັບປະກັນຊີວິດອິນຊີຂອງປະຊາຊົນ, ເປັນເຈົ້າການມີແຜນການຍົກຍ້າຍປະຊາຊົນໃຫ້ອອກຈາກບັນດາເຂດອັນຕະລາຍ. ພ້ອມກັນນັ້ນ, ຕ້ອງຮັບປະກັນດ້ານສະບຽງອາຫານ ແລະ ສາທາລະນະສຸກໃຫ້ແກ່ປະຊາຊົນເຂດຖືກໄພທຳມະຊາດ”.
(ແຫຼ່ງຄັດຈາກ VOV)

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ມາ​ນະ​ພະ​ຍາ​ຍາມ​ນຳ​ກາ​ນ​ພົວ​ພັນ ຫວຽດ​ນາມ - ລາວ ​ກ້າວ​ເຂົ້​າ​ສູ່​ໜ້າ​ປະ​ຫວັດ​ສາດ​ໃໝ່, ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ, ມີ​ຄວາມ​ສະ​ໜິດ​ແໜ້ນ​ກ່​ວາ

ສ່ວນທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍ່ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນແລກປ່ຽນຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມືກັນ, ປະສານສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ.

Top