• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍີ່ປຸ່ນ ແລະ ຈີນ ປາດຖະໜາຢາກນຳການພົວພັນ 2 ຝ່າຍໄປສູ່ “ການເລີ່ມຕົ້ນໃໝ່”

      ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຮຽກຮ້ອງໃຫ້ຊຸກຍູ້ການພົວພັນ 2 ຝ່າຍ ແລະ ປາດຖະໜາຢາກຮ່ວມມືກັບ ຈີນ ໃນບັນຫາ ສປປ ເກົາຫຼີ.

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ
(ພາບ:Reuters)
      ວັນທີ 16 ເມສາ, ບັນດາການນຳ ຍີ່ປຸ່ນ ແລະ ຈີນ ໃຫ້ຄຳໝັ້ນສັນຍາສ້າງ “ການເລີ່ມຕົ້ນໃໝ່” ໃນການພົວພັນ 2 ຝ່າຍ, ພ້ອມທັງຮຽກຮ້ອງການຮ່ວມມືແໜ້ນແຟ້ນກ່ວາໃນສະພາບການໂລກມີການຜັນແປຫຼາຍຢ່າງທີ່ກ່ຽວຂ້ອງເຖິງບັນດາຄວາມເຄັ່ງຕຶງດ້ານການຄ້າ ຫຼື ບັນຫານິວເຄຼຍ ຢູ່ ສປປ ເກົາຫຼີ. ທີ່ການຕ້ອນຮັບລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃນຂອບເຂດການຢ້ຽມຢາມແກ່ຍາວເວລາ 3 ວັນຂອງທ່ານເຖິງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຮຽກຮ້ອງໃຫ້ຊຸກຍູ້ການພົວພັນ 2 ຝ່າຍ ແລະ ປາດຖະໜາຢາກຮ່ວມມືກັບ ຈີນ ໃນບັນຫາ ສປປ ເກົາຫຼີ. ທ່ານ Abe ກໍ່ຮຽກຮ້ອງຢາກ ຍົກລະດັບການພົວພັນ ຍີ່ປຸ່ນ - ຈີນ, ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນຫຼາຍຂົງເຂດ.
        ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃຫ້ຮູ້ວ່າ: ປັກກິ່ງ ຢາກນຳການພົວພັນ 2 ຝ່າຍໄປສູ່ “ການເລີ່ມຕົ້ນໃໝ່”, ຮ່ວມມືໃນບັນດາຂົງເຂດເຊິ່ງລວມມີ: ພະລັງງານ, ການເງິນ ແລະ ສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ເປີດກວ້າງ​ໃນ​ການ​ສະ​ກັດ​ກັ້ນ, ຍູ້​ ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດໃຫ້​ຖອຍໄປ

ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ເປີດກວ້າງ​ໃນ​ການ​ສະ​ກັດ​ກັ້ນ, ຍູ້​ ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດໃຫ້​ຖອຍໄປ

ທ່ານ ບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະ ບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ພວມປະເຊີນໜ້າກັບສິ່ງທ້າທາຍແບບໃໝ່ທີ່ນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນມີອາດຊະຍາກຳການຄ້າມະນຸດ.

Top