• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຕິບັດງານຄະນະກຳມະການເອີລົບ ເຮັດວຽກກັບ ຫວຽດນາມ ກ່ຽວກັບການຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳ

      ຄະນະປະຕິບັດງານຈະກວດກາໂດຍບັງເອີນການປະຕິບັດແກ້ໄຂ “ບັດເຫຼືອງ” ຢູ່ບາງທ້ອງຖິ່ນແຄມທະເລ

ພາບປະກອບ
      ໃນລະຫວ່າງວັນທີ 15 – 25 ພຶດສະພາ, ຄະນະນັກເຕັກນິກຂອງຄະນະກຳມະການເອີລົບ (EC) ໄດ້ໄປກວດກາສະພາບການຕົວຈິງໃນການແກ້ໄຂ “ບັດເຫຼືອງ” ສິນໃນນ້ຳຢູ່ ຫວຽດນາມ. ຕາມນັ້ນແລ້ວ, ຄະນະປະຕິບັດງານຈະກວດກາໂດຍບັງເອີນການປະຕິບັດແກ້ໄຂ “ບັດເຫຼືອງ” ຢູ່ບາງທ້ອງຖິ່ນແຄມທະເລ, ຜ່ານນັ້ນ ຕີລາຄາຢ່າງພາວະວິໄສກ່ຽວກັບບົດລາຍງານຂອງ ຫວຽດນາມ.
        ກ່ຽວກັບບັນຫານີ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫວູວັນຕ໋າມ, ໃຫ້ຮູ້ວ່າ:
        ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາທ້ອງຖິ່ນໄດ້ກຽມພ້ອມບັນດາເນື້ອໃນຕາມຄຳຮຽກຮ້ອງຕ້ອງການຂອງຄະນະກວດກາຕົວຈິງຂອງຄະນະກຳມະການເອີລົບ. ພວກເຮົາຈະສະໜອງຂໍ້ມູນຂ່າວສານກ່ຽວກັບບັນດາວຽກງານທີ່ພວກເຮົາປະຕິບັດໄດ້, ບັນດາວຽກງານຍັງບໍ່ທັນປະຕິບັດໄດ້ ແລະ ປາດຖະໜາວ່າຈະໄດ້ຮັບການປະກອບຄຳເຫັນຂອງ EC  ກ່ຽວກັບບັນດາບັນຫາຍັງຄົງຄ້າງ. ຊ້ຳບໍ່ໜຳ, ສະເໜີການຮ່ວມມື, ເພື່ອໃຫ້ຄະນະກຳມະການເອີລົບ ຊ່ວຍ ຫວຽດນາມ ກ່ຽວກັບດ້ານກຳລັງຄວາມສາມາດ, ເຕັກນິກບັນດາບັນຫາອື່ນໆເຊິ່ງ ຫວຽດນາມ ຍັງຈຳກັດໄວ້…”
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top