• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດເອກະພາບເລື່ອງຕ້ອງຍົກເວັ້ນ, ຫລຸດຜ່ອນພາສີໃຫ້ແກ່ວິສາຫະກິດ, ປຊຊ

      ໂດຍສືບຕໍ່ລາຍການວາລະປະຊຸມຄັ້ງທີ 3, ຕອນເຊົ້າວັນທີ 16 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບ ກ່ຽວກັບເລື່ອງຍື່ນສະເໜີຮ່າງມະຕິກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດສະເພາະ ພັດທະນາແຂວງ ແທັງຮວາ ທີ່ກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 15 ທີ່ຈະມາເຖິງ.
 ທ່ານລັດຖະມົນຕີກະຊວງການເງິນໂຮ່ດຶກເຟິກສະເໜີບົດຍື່ນສະເໜີຂອງລັດຖະບານ (ພາບ: ສະພາແຫ່ງຊາດ)
      ແລະ ກໍ່ໃນຕອນເຊົ້າຂອງວັນທີ 16 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບກ່ຽວກັບເລື່ອງຕ້ອງຍົກເວັ້ນ, ຫລຸດຜ່ອນພາສີ ແນໃສ່ໜູນຊ່ວຍໃຫ້ແກ່ວິສາຫະກິດ, ປຊຊ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ 19. ຄະນະປະຈຳສະພາແຫ່ງຊາດໄດ້ເປັນເອກະພາບກັບລັດຖະບານ ຈະຫລຸດ 30% ພາສີລາຍຮັບວິສາຫະກິດ ໃຫ້ແກ່ບັນດາວິສາຫະກິດມີຍອດລາຍຮັບປີ 2021 ບໍ່ເກີນ 200 ຕື້ດົ່ງຕາມທິດເພິ່ມເງື່ອນໄຂຍອດລາຍຮັບປີ 2021 ຫລຸດລົງ ເມື່ອທຽບກັບຍອດລາຍຮັບປີ 2020. ສຳລັບສ່ວນບຸກຄົນດຳເນີນທຸລະກິດ, ລັດຖະບານດັດປັບເນື້ອໃນກ່ຽວກັບນະໂຍບາຍພາສີຕາມທິດຍົກເວັ້ນພາສີທັງໝົດຂອງໄຕມາດທີ 3 ແລະ 4 ປີ 2021.
   ໃນຕອນບ່າຍຂອງວັນທີ 16 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຄຳເຫັນໃສ່ແຜນຮ່າງຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ ແລະ ຄວາມປອດໄພຂອງເຂື່ອນ, ອ່າງເກັບນ້ຳໄລຍະ 2021 – 2030 ວິໄສທັດຮອດປີ 2045.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top