• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະກຳມະການກົດໝາຍສາກົນຕີລາຄາສູງບັນດາພຶດຕິກຳຕົວຈິງຂອງຫຽດນາມ

ທ່ານເອກອັກຄະລັດຖະທູດ, ຮອງສາດສະດາຈານ, ປະລິຍາເອກ, ຫງວຽນຮົ່ງທາວ, ສະມາຊິກຫວຽດນາມ ຂອງຄະນະກຳມະການກົດໝາຍສາກົນ ຂຶ້ນກັບສະຫະປະຊາຊາດ (ILC) ເນັ້ນໜັກວ່າ


ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ

(ພາບ: TTXVN)


ມີພຶດຕະກຳຕົວຈິງຫຼາຍຢ່າງຂອງຫຽດນາມ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການຕີລາຄາສູງຈາກບັນດາສະມາຊິກ ILC ທີ່ກອງປະຊຸມຄັ້ງທຳອິດ, ຊຸດທີ 71 ຂອງ ILC, ເຊິ່ງດຳເນີນຢູ່ສຳນັກງານສະຫະປະຊາຊາດ, ຢູ່ເຊີແນວ, ປະເທດສະວິດ.

        ກອງປະຊຸມຄັ້ງທຳອິດ, ຊຸດທີ 71 ຂອງ ILC ແກ່ຍາວເປັນເວລາກວ່າ 6 ອາທິດ (ນັບແຕ່ວັນທີ 29 ເມສາ), ໄດ້ສຸມໃສ່ພິຈາລະຈາບາງບັນຫາປະຈຸບັນຂອງກົດໝາຍສາກົນ, ເຊິ່ງໄດ້ຮັບຄວາມສົນໃຈຈາກຫຼາຍປະເທດ, ລວມມີ: ໂທດກຳຕ້ານມວນມະນຸດ; ມາດຕະເກນຄຳສັ່ງໃນກົດໝາຍສາກົນ; ປົກປັກຮັກສາສິ່ງແວດລ້ອມໃນການປະທະກັນປະກອບອາວຸດ.

        ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນຮົ່ງທາວ, ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ILC ຢູ່ບັນດາກອງປະຊຸມຄົບຄະນະ, ຢູ່ອະນຸກຳມະການຮຽບຮຽງ ແລະ ບັນດາອະນຸກຳມະການວິຊາສະເພາະອື່ນຂອງ ILC; ສະເໜີສ້າງຕັ້ງບັນດາຂໍ້ກຳນົດຂອງກົດໝາຍສາກົນ ໂດຍອີງໃສ່ຫຼັກຖານເຄົາລົບເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ສິດທິມະນຸດ ແລະ ການພັດທະນາແບບຍືນຍົງ. ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ໄດ້ກ່າວຄຳເຫັນສະໜັບສະໜູນເລື່ອງສ້າງຮ່າງສົນທິສັນຍາວ່າດ້ວຍໂທດກຳຕ້ານມວນມະນຸດ ໄດ້ຮັບຮູ້ດ້ວຍເລື່ອງສະກັດກັ້ນ ແລະ ລົງໂທດ ຕໍ່ໂທດກຳຕ້ານມວນມະນຸດ ແມ່ນມາດຕະເກນຄຳສັ່ງໃນກົດໝາຍສາກົນ; ທ່ານເນັ້ນໜັກວ່າ ສິ່ງດັ່ງກ່າວໄດ້ຮັບການພິສູດດ້ວຍຄຳຕັດສິນຂອງສານ ສະບັບເລກທີ 002/02 ເດືອນ ພະຈິກ 2018 ຂອງສານພິເສດພິພາກສາໂທດກຳຂອງ ຂະແມແດງ (ECCC). ຄຳເຫັນຂອງທ່ານເອກອັກຄະລັດຖະທູດ ຫວຽນຮົ່ງທາວ ກ່ຽວກັບເລື່ອງ ກອງທັບອາເມລິກາ ນຳໃຊ້ທາດພິດສີສົ້ມໃນສົງຄາມຢູ່ຫວຽດນາມ ແລະ ຄວາມມານະພະຍາຍາມຮ່ວມມືຂອງລັດຖະບານອາເມລິກາ ພ້ອມກັບລັດຖະບານຫວຽດນາມ ລ້າງທາດພິດດີໂອຊິນ ຢູ່ສະໜາມບິນ ດ່ານັ້ງ, ບຽນຮ່ວາ ໄດ້ຮັບການຮັບຮູ້ຈາກບັນດາສະມາຊິກ ILC ແລະ ຈະນຳເຂົ້າໃນບົດສະແດງຄວາມຄິດເຫັນໃນຮ່າງມະຕິຫຼັກການປົກປັກຮັກສາສິ່ງແວດລ້ອມໃນການປະທະກັນດ້ວຍການປະກອບອາວຸດ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top