• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກິລາ ຫວຽດນາມ ສູ້ຊົນຍາດໄດ້ຫຼຽນຄຳແຕ່ 4 – 5 ຫຼຽນໃນ ASIAD 2018

      ຕອນຄ່ຳວັນທີ 10 ກຸມພາ, ທີ່ ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຕັ້ງງານພົບປະສັງສັນຕົ້ນລະດູບານໃໝ່ກັບບັນດາຄູຝຶກ, ນັກກິລາດີເດັ່ນ ແລະ ຄູຝຶກ, ນັກກິລາຄົນພິການດີເດັ່ນ 2017.
      
(ພາບປະກອບ)
      ງານພົບປະສັງສັນແນໃສ່ຮັບຮູ້ບັນດາຜົນງານ ຊຶ່ງບັນດາຄູຝຶກ, ນັກກິລາຂອງ ຫວຽດນາມ ໄດ້ປະກອບສ່ວນໃນປີຜ່ານມາ; ພ້ອມທັງ ຈັດວາງບັນດາເປົ້າໝາຍສູ້ຊົນໃຫ້ປີຕໍ່ໄປ, ພິເສດແມ່ນປີ 2018 ຕ້ອງຍາດໄດ້ 4 – 5 ຫຼຽນຄຳຢູ່ ASIAD ຊຶ່ງຈະດຳເນີນຢູ່ ອິນໂດເນເຊຍ.
        ທີ່ງານພົບປະສັງສັນ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫງວຽນງອັກທ້ຽນ ໄດ້ອວຍພອນປີໃໝ່ບັນດາຄູຝຶກ, ນັກກິລາພ້ອມດ້ວຍຄອບຄົວ; ອວຍພອນກິລາ ຫວຽດນາມ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນປີ 2017 ແລະ ສູ້ຊົນບັນລຸຜົນງານດີເດັ່ນໃນຊຸມປີຕໍ່ໄປກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

Top