• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ ປະກາດເລື່ອນກອງປະຊຸມ ASEM 13 ຢ່າງເປັນທາງການ

      ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ວັນທີ 04 ກໍລະກົດ ໄດ້ອອກແຈ້ງການຂ່າວກ່ຽວກັບເລື່ອງເລື່ອນວັນເວລາຈັດກອງປະຊຸມສຸດຍອດ ອາຊີ - ເອີຣົບ ຄັ້ງທີ 13 (ASEM 13) ຢ່າງເປັນທາງການ ຍ້ອນບັນດາຄວາມຫຍຸ້ງຍາກທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. 
           
      ແຈ້ງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງ ກຳປູເຈຍ ຈັດຕັ້ງກອງປະຊຸມທາງອອນລາຍບັນດາເຈົ້າໜ້າທີ່ອາວຸໂສ ASEM (ASEM SOM) ໃນລະຫວ່າງວັນທີ 02 – 03 ກໍລະກົດ ພາຍໃຕ້ການເປັນປະທານຂອງທ່ານ ປອ Sok Siphana ທີ່ປຶກສາຂັ້ນສູງລັດຖະບານ ກຳປູເຈຍ.
          ທັງໝົດ ທີ່ໄດ້ສະຫງວນໃຫ້ແກ່ ກຳປູເຈຍ ໃນການເປັນເຈົ້າພາບຈັດຕັ້ງ ASEM 13. ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບການໂລກລະບາດໂຄວິດ-19, ບັນດາການນຳຂັ້ນສູງທຸກທ່ານທີ່ເຂົ້າຮ່ວມກອງປະຊຸມ ASEM SOM ໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນຄຳສະເໜີຂອງ ກຳປູເຈຍ ກ່ຽວກັບເລື່ອງເລື່ອນວັນເວລາຈັດກອງປະຊຸມ ASEM 13 ຮອດກາງປີ 2021.
(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ເປີດກວ້າງ​ໃນ​ການ​ສະ​ກັດ​ກັ້ນ, ຍູ້​ ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດໃຫ້​ຖອຍໄປ

ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ອະ​ນຸ​ພາກ​ພື້ນ ແມ່​ນ້ຳ​ຂອງ ເປີດກວ້າງ​ໃນ​ການ​ສະ​ກັດ​ກັ້ນ, ຍູ້​ ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດໃຫ້​ຖອຍໄປ

ທ່ານ ບຸຍແທັງເຊິນ ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ແລະ ບັນດາປະເທດໃນເຂດອະນຸພາກພື້ນແມ່ນ້ຳຂອງ ເປີດກວ້າງ ພວມປະເຊີນໜ້າກັບສິ່ງທ້າທາຍແບບໃໝ່ທີ່ນັບມື້ນັບສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນນັ້ນມີອາດຊະຍາກຳການຄ້າມະນຸດ.

Top