ຂ່າວສານ
ໜ້າຫຼັກ/ຂ່າວເດັ່ນ ຫວຽດນາມ - ກຳປູເຈຍ: ການພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີເປັນມູນເຊື້ອ, ການຮ່ວມມືຮອບດ້ານ
ຕອນຄ່ຳວັນທີ 20/7, ພະບາດສົມເດັດມະນຽດ ໂນໂຣດົມ ສິຫະໂມນີ ກະສັດແຫ່ງລາດຊະອານາຈັກກຳປູເຈຍ ເປີດງານລ້ຽງຄ່ຳນັບຮັບຕ້ອນ ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດ ລາຊະອານາຈັດ ກຳປູເຈຍ

ພະບາດສົມເດັດມະນຽດ ໂນໂຣດົມ ສິຫະໂມນີ ກະສັດແຫ່ງລາດຊະອານາຈັກກຳປູເຈຍ
ຕ້ອນຮັບ ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)
ຢູ່ທີ່ນີ້, ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ: ຫວຽດນາມ ແລະ ກຳປູເຈຍ ແມ່ນ ສອງປະເທດບ້ານໃກ້ເຮືອນຄຽງໃກ້ຊິດສະໜິດຕິດພັນ, ມີການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ, ປະຊາຊົນສອງປະເທດແມ່ນອ້າຍນ້ອງສະໜິດຕິດພັນ, ແບ່ງທຸກ, ແບ່ງສຸກນຳກັນ. ທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເຊື້ອໝັ້ນວ່າ ດ້ວຍບັນດາໝາກຜົນສຳຄັນເຊິ່ງປະຊາຊົນສອງປະເທດບັນລຸໄດ້ໃນພາລະກິດພັດທະນາຂອງແຕ່ປະເທດ ແລະ ໃນການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ສອງປະເທດໃນໄລຍະຜ່ານມາ, ການພົວພັນ ຫວຽດນາມ - ກຳປູເຈຍ ຈະໄດ້ຮັບການພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງແນ່ນອນ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຢ່າງແທດຈິງຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ ອາຊີ ແລະ ໃນໂລກ.
(ແຫຼ່ງຄັດຈາກ VOV)