• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງສືພິມເຢຍລະມັນຍ້ອງຍໍຊົມເຊີຍຍຸດທະສາດປ້ອງກັນ, ສະກັດກັ້ນໂລກລະບາດCovid– 19 ຢ່າງມີປະສິດທິຜົນຂອງຫວຽດນາມ

      ໜັງສືພິມFrankfurter AllgemeineZeitung (FAZ) ຂອງເຢຍລະມັນສະບັບອອກວັນທີ 2 ເມສາໄດ້ມີບົດຂຽນກ່ຽວກັບຍຸດທະສາດປ້ອງກັນ, ສະກັດກັ້ນໄວຣັດ SARS –CoV– 2 ຢ່າງມີປະສິດທິຜົນຂອງຫວຽດນາມ.
           
      ບົດຂຽນໄດ້ເຕື້ອງເຖິງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຂອງຫວຽດນາມເລີ່ມແຕ່ທຳອິດຈົນເຖິງປັດຈຸບັດຄື: ການແຍກຕົວແລະປິ່ນປົວຈົນຫາຍດີເປັນປົກກະຕິໃຫ້ແກ່ຄົນເຈັບ 16 ຄົນ, ຮຽກຮ້ອງໃຫ້ປະຊາຊົນໃສ່ຜ້າອັດປາກ - ອັດດັງ…ແລະຫຼ້າສຸດແມ່ນເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ຮຽກຮ້ອງໃຫ້ແຍກຕົວທົ່ວສັງຄົມເປັນເວລາ 15 ວັນ.
            ບົດຂຽນໄດ້ຊີ້ແຈ້ງວ່າໜຶ່ງໃນບັນດາເຫດຜົນທີ່ມີຄວາມສຳເລັດຈົນມາຮອດປັດຈຸບັນຂອງຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດແມ່ນການລະດົມກຳລັງແຮງຂອງປະຊາຊົນຜ່ານບັນດາບັ້ນຮົບມະຫາຊົນ, ຜ່ານຂໍ້ຄວາມແລະການໂຄສະນາເຜີຍແຜ່…ນອກຈາກນັ້ນ, ກົດໝາຍຫວຽດນາມກໍ່ອະນຸຍາດໃຫ້ລະດົມກຳລັງພະນັກງານການແພດແລະກອງທັບເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງວ່ອງໄວ. ບັນດາແພດໝໍແລະພະຍາບານໄດ້ສຸດອົກສຸດໃຈກັບວຽກງານ, ໃນຂະນະນັ້ນບັນດາອ້າຍນ້ອງທະຫານກໍ່ໄດ້ສະຫຼະບ່ອນທີ່ຕົນເອງດຳລົງຊີວິດ ເພື່ອເປັນບ່ອນແຍກຕົວ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top