• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄປຢ້ຽມຢາມເຂດໄຕບັກຊອກຮູ້ເລື່ອງນິທານສຽງແຄນຂອງຊາວເຜົ່າມົ້ງຍາມລະດູບານໃຫມ່

      ໃນຊຸມມື້ບຸນເຕັດ ພ້ອມກັບບັນດາການລະຫລິ້ນພື້ນເມືອງຕ່າງໆ, ສຽງແຄນ ໄດ້ຮັບຖືວ່າແມ່ນວິນຍານຂອງຊາວເຜົ່າມົ້ງ ເພື່ອຝາກຝັງ, ສະແດງຄວາມໃນໃຈຂອງຕົນຕໍ່ກັບວົງຄະນາຍາດ ແລະ ທຳມະຊາດທີ່ໃຫຍ່ໂຕມະໂຫຖານຢູ່ເຂດພູສູງ ໄຕບັກ (ໝາຍເຖິງພາກຕາເວັນຕົກສ່ຽງເຫນືອຫວຽດນາມ). ແຄນ ມີປະຫວັດຄວາມເປັນມາມີມາແຕ່ດົນນານແລ້ວ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງວົງຄະນາຍາດ. ເວົ້າເຖິງແຄນຍັງມີບັນດາເລື່ອງລາວທີ່ຕື້ນຕັ້ນໃຈກ່ຽວກັບຄວາມສາມັກຄີຂອງວົງຄະນາຍາດ, ອາລົມຈິດສະຫນິດຕິດພັນຄືອ້າຍນ້ອງຄີງໃນວົງຄະນາຍາດຊາວເຜົ່າມົ້ງ.

ແຄນ ແມ່ນເຄື່ອງດົນຕີພື້ນເມືອງສຳຄັນຕໍ່ຊີວິດດ້ານຈິດໃຈຂອງຊາວເຜົ່າມົ້ງ
ພາບ:tourdulichsapa.
      ແຕ່ດົນນານມາແລ້ວ, ແຄນ ແມ່ນເຄື່ອງດົນຕີພື້ນເມືອງສຳຄັນຕໍ່ຊີວິດດ້ານຈິດໃຈຂອງຊາວເຜົ່າມົ້ງ. ແຄນ ໄດ້ຮັບຖືວ່າ ແມ່ນສົມບັດອັນລ້ຳຄ່າຂອງຊາວເຜົ່າມົ້ງ, ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຕິດພັນກັບຊີວິດດ້ານວັດທະນະທຳ, ຈິດໃຈຂອງພໍ່ແມ່ປະຊາຊົນ. ສຳລັບຊາວເຜົ່າມົ້ງແລ້ວ, ແຄນ ມີຄວາມໝາຍເລິກເຊິ່ງ ນັ້ນແມ່ນພາຫະນະສື່ສານຂອງມະນຸດກັບໂລກແຫ່ງຈິດວິນຍານ, ແມ່ນສີສັນຂອງຊາດ. ນັ້ນກໍ່ແມ່ນເຫດຜົນເປັນຫຍັງຊາວເຜົ່າມົ້ງ ເຄີຍຍົກຍ້າຍໄປອາໄສຢູ່ຫລາຍແຫ່ງໃນທົ່ວປະເທດ ແຕ່ສຽງແຄນຍາມໃດກໍ່ໄດ້ຮັບການຮັກສາໄວ້ໃນການດຳເນີນຊີວິດວັດທະນະທຳຂອງເຂົາເຈົ້າ. ເລື່ອງລາວກ່ຽວກັບຕົ້ນກຳເນີດຂອງແຄນຖືກຊາວເຜົ່າມົ້ງເລົ່າຂານສືບທອດສູ່ຄົນລຸ້ນຫລັງ. ທ່ານ ທ່າວອາເຢັນ ນັກສິລະປະການພື້ນເມືອງ ແລະ ແມ່ນນັກຄົ້ນຄ້ວາເຜົ່າມົ້ງ ໃຫ້ຮູ້ວ່າ:
ແຄນແມ່ນມີມາແຕ່ເວລາໃດຂ້າພະເຈົ້າກໍ່ບໍ່ຮູ້ໄດ້ ແຕ່ໄດ້ຍິນຜູ້ເຖົ້າຜູ້ແກ່ໃນບ້ານເລົ່າສູ່ຟັງວ່າ ກ່ອນນີ້ ມີອ້າຍນ້ອງ 7 ຄົນ, ພໍ່ແມ່ເສຍຊີວິດເມື່ອເຂົາເຈົ້າຍັງເປັນເດັກ, ພວກເຂົາບໍ່ມີເຮືອນຢູ່, ອ້າຍກົກຄິດວ່າ ອ້າຍນ້ອງ 7 ຄົນ ຕ້ອງມາຢູ່ນຳກັນໃນຊາຍຄາລວມ, ຫລັງຈາກນັ້ນ ອ້າຍນ້ອງ 7 ຄົນ ໄດ້ປະດິດຄິດສ້າງແຄນ ມີໄມ້ລູກ 6 ທ່ອນ,   ທ່ອນໃຫຍ່ ແລະ ສັ້ນສຸດ ແມ່ນ ອ້າຍກົກ ແລະ ນ້ອງຫລ້າ. ແຄນ ແມ່ນສັນຍາລັກໃຫ້  ອ້າຍນ້ອງ 7 ຄົນຂອງຊາວເຜົ່າມົ້ງ ພວກຂ້າພະເຈົ້າມີຄວາມສາມັກຄີເປັນໃຈຫນຶ່ງໃຈດຽວຫລັງຈາກນັ້ນ ເມື່ອມີຜູ້ເສຍຊີວິດຈຶ່ງເອົາແຄນມາເປົ່າເພື່ອສົ່ງຜູ້ຕາຍໄປສູ່ຄະຕິພົບ”.
ເລື່ອງນິທານກ່ຽວກັບ  ອ້າຍນ້ອງຊາວເຜົ່າມົ້ງ 7  ຄົນກໍ່ແມ່ນການເວົ້າເຖິງແຄນຊື່ງເຮັດດ້ວຍທ່ອນໄມ້ 6 ທ່ອນ ມີຂະຫນາດແຕກຕ່າງກັນ ແລະ ທ່ອນສັ້ນສຸດ ມີບົດບາດຮັກສາການປະສານສຽງດົນຕີ. ຊາວເຜົ່າມົ້ງ ນິຍົມດົນຕີ ແລະ ເຂົາເຈົ້າເຄີຍເອົາແຄນ  ມາເປົ່າ ແລະ ສະແດງໃນການດຳເນີນຊີວິດວັດທະນະທຳຄັ້ງຕ່າງໆ. ເຖິງຢ່າງໃດກໍ່ຕາມ ມີບໍ່ເທົ່າໃດຄົນຮູ້ໄດ້ວ່າ ການກຳເນີດຂອງແຄນທຳອິດແມ່ນພຽງແຕ່ເປົ່າໃນງານສົບເທົ່ານັ້ນ. ກ່ອນນີ້ ຊາວເຜົ່າມົ້ງ ສ່ວນຫລາຍເປົ່າແຄນໃນງານສົບເພື່ອອາໄລຫາເຖິງຜູ້ທີ່ເສຍຊີວິດ. ສຽງແຄນມີຄວາມໝາຍສ້າງບັນຍາກາດມ່ວນຊື່ນໃນຄອບຄົວ. ແຕ່ອີກດ້ານຫນຶ່ງ ຕາມຄວາມສຳນຶກຂອງຊາວເຜົ່າມົ້ງ ເມື່ອຄອບຄົວໃດມີຜູ້ຖືກເສຍຊີວິດ ຕ້ອງມີສຽງແຄນພາທາງເພື່ອສົ່ງຜູ້ເສຍຊີວິດໄປສູ່ຄະຕິພົບ.

ຊາວເຜົ່າມົ້ງເຄີຍເປົ່າແຄນໃນງານບຸນ
ພາບ:tourdulichsapa.
      ປະຈຸບັນ ຊາວເຜົ່າມົ້ງເຄີຍເປົ່າແຄນໃນງານບຸນພົວພັນແລກປ່ຽນວັດທະນະທຳສິລະປະ. ຜູ້ເປົ່າແຄນບໍ່ພຽງແຕ່ເປົ່າຊື່ໆເທົ່ານັ້ນ ຫາກຍັງຟ້ອນຕາມຈັງຫວະສຽງແຄນທີ່ຫນ້າຈັບອົກຈັບໃຈອີກດ້ວຍ. ວາດຟ້ອນໃນການເປົ່າແຄນແມ່ນມີຄວາມໝາຍສະເພາະ. ສຽງແຄນ ມີຫລາຍຈັງຫວະ ແລະ ແຕ່ລະຈັງຫວະແມ່ນສະແດງໃຫ້ເຫັນຄວາມຮູ້ສຶກແຕກຕ່າງກັນ, ສະແດງອາລົມຈິດຄວາມຮັກແພງຕໍ່ທຳມະຊາດ, ມະນຸດ, ການພົວພັນລະຫວ່າງບັນດາສະມາຊິກໃນຄອບຄົວ. ສຽງແຄນຄືດັ່ງຄຳເຊີນໝູ່ເພື່ອນໄປຫລິ້ນໃນຍາມລະດູບານໃຫມ່, ຊວນໝູ່ໄປຕະຫລາດ, ອວຍພອນກັນ. ສຳລັບຊາວເຜົ່າມົ້ງແລ້ວ ເມື່ອລະດູບານໃຫມ່ວຽນມາ ໃນງານບຸນຕ່າງໆ, ເມື່ອໄປຕະຫລາດ ນອກຈາກ ບັນດາການລະຫລິ້ນພື້ນເມືອງນັ້ນ ສຽງແຄນແມ່ນສິ່ງທີ່ຂາດບໍ່ໄດ້. ຊາວເຜົ່າມົ້ງມີຄວາມສຳນຶກວ່າ ເປັນຜູ້ຊາຍເຜົ່າມົ້ງຕ້ອງຮູ້ຈັກການເປົ່າແຄນ, ຮູ້ຈັກ ຟ້ອນຕາມຈັງຫວະສຽງແຄນ ແລະ ການຟ້ອນບໍ່ແມ່ນເລື່ອງງ່າຍດາຍ ມັນປຽບເໝືອນຄືການສະແດງມວຍສິລະປະ ດ້ວຍບັນດາທ່າຟ້ອນແຕກຕ່າງກັນ ທັງອ່ອນຊອ້ຍ ທັງແຮງກ້າ. ເປົ່າແຄນເປັນ ກໍ່ແມ່ນເລື່ອງຍາກແລ້ວ ຫາກທັງເປົ່າທັງຟ້ອນຕາມຈັງຫວະສຽງແຄນຍິ່ງຍາກກວ່າ. ສະນັ້ນ ບັນດາອ້າຍບ່າວຊາວເຜົ່າມົ້ງຕ້ອງຮຽນການເປົ່າແຄນນັບແຕ່ຄາວຍັງນ້ອຍເພື່ອໃຫ້ເວລາເຕີບໃຫຍ່ຂຶ້ນສາມາດເປົ່າແຄນໄດ້ໃນການພົບປະແລກປ່ຽນກັບໝູ່ເພື່ອນ. ນັກສິລະປະການເປົ່າແຄນ ຫລີວັນຊີ່ງ ຢູ່ ແຂວງ ທາຍງວຽນ ໃຫ້ຮູ້ວ່າ:
ຊາຍຫນຸ່ມເຜົ່າມົ້ງຜູ້ຫນຶ່ງເມື່ອເຕີບໃຫຍ່ຂຶ້ນມາຕ້ອງຮູ້ຈັກເປົ່າແຄນ. ເພື່ອເປົ່າແຄນເປັນຂ້າພະເຈົ້າຕ້ອງຮຽນໃນຄາວມີອາຍຸ 3 ປີ ແລະ ຮອດ 18 ປີ ຢາກຊອກຄົນຮັກ ຫລື ພົວພັນແລກປ່ຽນກັບໝູ່ເພື່ອນຕ້ອງເອົາແຄນມາເປົ່າ.
ສຳລັບຊາວເຜົ່າມົ້ງ, ສຽງແຄນແມ່ນວິນຍານຂອງຊາວເຜົ່າມົ້ງ ຝາກຝັງ ຄວາມໃນໃຈຂອງຕົນຕໍ່ວົງຄະນາຍາດ, ທຳມະຊາດ, ພູຜາປ່າໄມ້, ສະແດງໃຫ້ເຫັນຄຸນຄ່າດ້ານວັດທະນະທຳ, ເຮັດໃຫ້ສີສັນເຜົ່າມົ້ງມີຈຸດພິເສດສະເພາະ. ບັນດາວາດຟ້ອນຕາມຈັງຫວະສຽງແຄນ ຍາມໃດກໍ່ມີເນື້ອໃນຄຶ້ນຄື້ນມ່ວນຊື່ນ ມີຄວາມໝາຍອວຍພອນ ເຊີນໝູ່ເພື່ອນພ້ອມກັນລະຫລິ້ນ, ປະກອບສ່ວນເຮັດໃຫ້ຄວາມຮັກລະຫວ່າງໝູ່ເພື່ອນນຳກັນ, ຄວາມຮັກຕໍ່ບ້ານເມືອງມີຄວາມສະຫນິດຕິດພັນຕື່ມອີກ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top