07/05/2021 10:00 GMT+7 Email Print Like 0

ໄປປ່ອນບັດເລືອກຕັ້ງ ແມ່ນສິດ ແລະ ພັນທະອັນສັກສິດຂອງຊາວ ຫວຽດນາມ

      ໃນສື່ສັງຄົມອອນລາຍ ປະຈຸບັນ ປະກົດມີບັນດາ “ຄຳຂົນຂວາຍ” ຜູ້ມີສິດເລືອກຕັ້ງທີ່ບໍ່ໄປປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນ ອາຍຸການ 2021 – 2026 ໃນວັນທີ 23 ພຶດສະພາ ປີ 2021 ຈະມາເຖິງ. ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຫລາຍໆຄົນມີຄວາມເຂົ້າໃຈໄດ້ວ່າ ໄປປ່ອນບັດເລືອກຕັ້ງແມ່ນສິດ ແລະ ພັນທະອັນສັກສິດຂອງພົນລະເມືອງຫວຽດນາມ. ເພື່ອໄດ້ມີສິດປ່ອນບັດເລືອກຕັ້ງນັ້ນ, ທົ່ວຊາດ, ທົ່ວປວງຊົນຫວຽດນາມ ຕ້ອງຕໍ່ສູ້ໃນໄລຍະນັບພັນໆປີ ແລະ ເສຍເລືອດເນື້ອບໍ່ຮູ້ຈັກວ່າເທົ່າໃດຈຶ່ງໄດ້ມີສິດດັ່ງກ່າວ.
ໄປປ່ອນບັດເລືອກຕັ້ງ ແມ່ນສິດ ແລະ ພັນທະອັນສັກສິດຂອງຊາວ ຫວຽດນາມ (ພາບ: tuyengiao.vn)
      ສິດເລືອກຕັ້ງ ແມ່ນການກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ ກ່ຽວກັບຄວາມສາມາດຂອງພົນລະເມືອງໃນການປະຕິບັດສິດເລືອກເຟັ້ນຕົວແທນຂອງຕົນເຂົ້າໃນອົງການມີສິດອຳນາດຂອງລັດ.
ກ່ອນປີ 1945 ຫວຽດນາມ ຍັງບໍ່ທັນມີລັດຖະທຳມະນູນ ຍັງບໍ່ທັນມີການເລືອກຕັ້ງ ສສຊ, ສະມາຊິກ ສະພາປະຊາຊົນທຸກຂັ້ນ. ການປະຕິວັດເດືອນສິງຫາ ປີ 1945 ໂດຍພັກກອມມູນິດ ຫວຽດນາມ ນຳຫນ້າແມ່ນປະທານ ໂຮ່ຈີມິນ ຊີ້ນຳ ໄດ້ນຳສິດຜົນປະໂຫຍດຫລາຍຢ່າງມາໃຫ້ປະຊາຊົນຫວຽດນາມ ຊື່ງກ່ອນນີ້ບໍ່ຄ່ອຍມີ, ໃນນັ້ນ ມີສິດເລືອກຕັ້ງ ແລະ ສິດສະໝັກຮັບເລືອກຕັ້ງ.
      ລັດຖະທຳມະນູນສະບັບທຳອິດ ຂອງຫວຽດນາມ ປີ 1946 ໄດ້ຢັ້ງຢືນ ສິດສະໝັກຮັບເລືອກຕັ້ງ ແລະ ສິດເລືອກຕັ້ງຂອງພົນລະເມືອງ: “ພົນລະເມືອງຫວຽດນາມ ໝົດທຸກຄົນ ມີອາຍຸແຕ່ 18 ປີຂຶ້ນໄປ ບໍ່ຈຳແນກເພດ, ລ້ວນແຕ່ມີສິດປ່ອນບັດເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະ ຜູ້ທີ່ບໍ່ມີສິດພົນລະເມືອງ. ຜູ້ສະໝັກຮັບເລືອກຕັ້ງຕ້ອງແມ່ນຜູ້ມີສິດເລືອກຕັ້ງ, ມີອາຍຸ 21 ປີຂຶ້ນໄປ ແລະ ຮູ້ອ່ານ, ຮູ້ຂຽນຕົວຫນັງສືພາສາຫວຽດ.
      ໂດຍຜ່ານລັດຖະທຳມະນູນ 3 ສະບັບຫລັງຈາກນັ້ນ (ປີ 1959, 1980, 1992), ສິດປ່ອນບັດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ຍັງສືບຕໍ່ໄດ້ຮັບການຢັ້ງຢືນ. ລັດຖະທຳມະນູນ ປະຈຸບັນ (ລັດຖະທຳມະນູນ ປີ 2013) ໄດ້ກຳນົດວ່າ: “ພົນລະເມືອງ ທີ່ມີອາຍຸ 18 ປີຂຶ້ນໄປ ມີສິດເລືອກຕັ້ງ ແລະ 21 ປີຂຶ້ນໄປ ມີສິດຮັບສະໝັກເລືອກຕັ້ງເຂົ້າໃນສະພາແຫ່ງຊາດ, ສະພາປະຊາຊົນ. ເລື່ອງປະຕິບັດບັນດາສິດນີ້ແມ່ນໄດ້ກຳນົດໃນກົດໝາຍ.
      ສະນັ້ນ ປະເທດ ສສ ຫວຽດນາມ ຍາມໃດກໍ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ສິດເລືອກຕັ້ງ, ຮັບສະໝັກເລືອກຕັ້ງ ເຊິ່ງໄດ້ຮັບຖືວ່າ ແມ່ນສິດສຳຄັນຂອງພົນລະເມືອງ, ໄປຄຽງຄູ່ກັບສິດແມ່ນຄວາມຮັບຜິດຊອບ, ພັນທະຂອງພົນລະເມືອງ. ການຂົນຂວາຍຜູ້ມີສິດເລືອກຕັ້ງທີ່ບໍ່ໄປປ່ອນບັດເລືອກຕັ້ງແມ່ນລະເມີດກົດໝາຍ, ລະເມີດສິດ ແລະ ພັນທະຂອງພົນລະເມືອງ.
      ຄວາມຈິງ­ຊີ້ໃຫ້ເຫັນວ່າ ການເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນ ຢູ່ ຫວຽດນາມ ແມ່ນມີປະຊາທິປະໄຕ, ຍຸຕິທຳ. ລະບົບກົດໝາຍກ່ຽວກັບການເລືອກຕັ້ງຂອງຫວຽດນາມ ໄດ້ຮັບການສ້າງຂຶ້ນ ນັບແຕ່ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຈົນເຖິງປະຈຸບັນ ລ້ວນແຕ່ກຳນົດວ່າ ຜູ້ມີສິດເລືອກຕັ້ງ ເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ຕາມຫລັກການທົ່ວໄປ, ສະເຫມີພາບ, ໂດຍກົງ ແລະ ປ່ອນບັດລັບ. ຫລັກການນີ້ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ຮັບປະກັນຈຳນວນຕົວແທນຂອງແຕ່ລະທ້ອງຖິ່ນ ເທົ່າທຽມກັບຈຳນວນຜູ້ມີສິດເລືອກຕັ້ງຂອງທ້ອງຖິ່ນນັ້ນ.
      ໂດຍແມ່ນປະເທດທີ່ມີ 54 ຊົນເຜົ່າ, ໃນນັ້ນ ມີຫລາຍຊົນເຜົ່າສ່ວນຫນ້ອຍ, ສະນັ້ນ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງສິດຂອງຊາວຊົນເຜົ່າສ່ວນຫນ້ອຍໃນບັນດາການເລືອກຕັ້ງ. ກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນ ປະຈຸບັນ ໄດ້ກຳນົດ: “ຈຳນວນຊາວຊົນເຜົ່າສ່ວນຫນ້ອຍໄດ້ຮັບການສະເຫນີສະໝັກຮັບເລືອກຕັ້ງ ສສຊ ໂດຍ ຄະນະປະຈຳສະພາແຫ່ງຊາດ ຄາດຄະເນ ບົນພື້ນຖານການສະເຫນີຂອງສະພາຊົນເຜົ່າຂອງສະພາແຫ່ງຊາດ, ຮັບປະກັນຢ່າງຫນ້ອຍສຸດ 18% ຊາວຊົນເຜົ່າໃນຍອດຈຳນວນລາຍຊື່ຜູ້ສະໝັກຮັບເລືອກຕັ້ງ ສສຊ ທາງການ.
      ຄວາມຈິງ ໃນຫລາຍອາຍຸການຜ່ານມາ, ອັດຕາ ສສຊ ທີ່ແມ່ນຊາວຊົນເຜົ່າສ່ວນຫນ້ອຍ ຍາມໃດກໍ່ກວມອັດຕາສ່ວນສູງກວ່າອັດຕາສ່ວນພົນລະເມືອງ. ອາຍຸການ ຊຸດທີ XI, ຈຳນວນ ສສຊ ແມ່ນຊາວຊົນເຜົ່າສ່ວນຫນ້ອຍ ກວມເອົາ 17,2%, ອາຍຸການ ຊຸດທີ XIV ກວມເອົາ 17,3%, ໃນຂະນະນັ້ນ ອັດຕາສ່ວນ 53 ຊົນເຜົ່າສ່ວນຫນ້ອຍ ກວມເອົາພຽງ 15% ຈຳນວນປະຊາກອນຫວຽດນາມ.
      ສອດຄ່ອງກັບທ່າອ່ຽງກ້າວຫນ້າ ສັງຄົມ, ຍົກສູງບົດບາດຂອງແມ່ຍິງ, ກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສະມາຊິກສະພາປະຊາຊົນ ປະຈຸບັນ ໄດ້ກຳນົດວ່າ: “ຈຳນວນແມ່ຍິງທີ່ໄດ້ຮັບການສະເຫນີສະໝັກຮັບເລືອກຕັ້ງ ໂດຍຄະນະປະຈຳສະພາແຫ່ງຊາດ ຄາດຄະເນ ບົນພື້ນຖານການສະເຫນີຂອງຄະນະປະທານ ຄະນະບໍລິການງານສູນກາງສະຫະພັນແມ່ຍິງຫວຽດນາມ ໃຫ້ຮັບປະກັນມີຫນ້ອຍສຸດ 35% ໃນຍອດຈຳນວນລາຍຊື່ທາງການຜູ້ສະໝັກຮັບເລືອກຕັ້ງ ສສຊ ເພດຍິງ”. ຕາມບົດລາຍງານຂອງ ກອງທຶນພັດທະນາແມ່ຍິງ ສປຊ (UNIFEM) ແລ້ວ, ອັດຕາ ສສຊ ເພດຍິງ ຂອງຫວຽດນາມ ໃນບັນດາອາຍຸການມໍ່ໆມານີ້ ແມ່ນສູງກວ່າຫລາຍປະເທດຢູ່ພາກພື້ນ ອາຊີຕາເວັນອອກ ແລະ ໂລກ.
      ລັດ ຫວຽດນາມ ແມ່ນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ປະຊາຊົນ ສ້າງລັດດ້ວຍການເລືອກຕັ້ງບັນດາອົງການສິດອຳນາດລັດ. ຜ່ານການເລືອກຕັ້ງ, ປະຊາຊົນປ່ອນບັດເລືອກຕັ້ງຜູ້ເປັນຕົວແທນໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະຫນາ ແລະ ສິດເປັນເຈົ້າຂອງຕົນເອງເພື່ອຕາງຫນ້າໃຫ້ຕົນປະຕິບັດສິດອຳນາດລັດ, ປະກອບສ່ວນສ້າງກົງຈັກລັດເພື່ອດຳເນີນບັນດາການເຄື່ອນໄຫວຄຸ້ມຄອງສັງຄົມ. ຜູ້ມີສິດເລືອກຕັ້ງ ຫວຽດນາມ ທຸກຄົນລ້ວນແຕ່ມີຄວາມເຂົ້າໃຈໄດ້ວ່າ ການເລືອກຕັ້ງ ແລະ ໄປປ່ອນບັດເລືອກຕັ້ງ ແມ່ນສິດ ແລະ ພັນທະອັນສັກສິດຂອງຊາວຫວຽດນາມ. ສະນັ້ນ ໃນບໍ່ວ່າຖ້ອຍທຳນອງເສກສັນປັ້ນແຕ່ງໃດກໍ່ບໍ່ສາມາດທຳລາຍວັນບຸນໃຫຍ່ ໃນວັນທີ 23 ພຶດສະພາ ຂອງຊາວ ຫວຽດນາມ ໄດ້.
(ແຫຼ່ງຄັດຈາກ VOV)