• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ, ສິງ​ກະ​ໂປ, ລາວ ແລະ ມຽນ​ມາ ຊຸກ​ຍູ້​ການ​ຮ່ວມ​ມື​ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ

 ໄທ ແລະ ສິງກະໂປ ຫາກໍ່ຈັດຕັ້ງພິທີມອບຮັບ ກ່ຳປັ່ນລາດຕະເວນ 3 ລຳໃຫ້ແກ່ລາວ ແລະ ມຽນມາເພື່ອແນໃສ່ຊຸກຍູ້ການຮ່ວມມືປາບປາມອາດຊະຍາກຳຢາເສບຕິດຢູ່ຕາມລຳແມ່ນ້ຳຂອງ.

ພິທີມອບຮັບ ກ່ຳປັ່ນລາດຕະເວນ (ພາບ: bangkokpost)

ກ່າວຄຳເຫັນທີ່ພິທີມອບຮັບຢູ່ທ່າກ່ຳປັ່ນ ແຂວງ ສະມຸດປຣາການ, ພາກກາງຂອງໄທໃນວັນທີ 9 ມີນາ, ທ່ານ ສົມສັກ ເທບສຸທິນ ລັດຖະມົນຕີກະຊວງຍຸດຕິທຳໄທ ຊີ້ແຈ້ງວ່າ ການມອບຮັບກ່ຳປັ່ນລາດຕະເວນໄດ້ປະຕິບັດໃນຂອບເຂດການຮ່ວມມືອາຊຽນ ເພື່ອຕ້ານການຄ້າຂາຍຢາເສບຕິດໃນເຂດ 3 ລຽມຄຳ ຢູ່ເຂດຊາຍແດນທີ່ພູຜາປ່າໄມ້ທຸລະກັນດານລະຫວ່າງ ໄທ, ລາວ ແລະ ມຽນມາ. ໄທກໍ່ຈະໜູນຊ່ວຍລາວ ແລະ ມຽນມາໃນການແລກປ່ຽນທາງດ້ານວິຊາການ, ສ້າງກຳລັງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ປາບປາມການຄ້າຂາຍຢາເສບຕິດ ແລະ ສະກັດກັ້ນການເຄື່ອນໄຫວຂົນສົ່ງບັນດາທາດເຄມີປຸງແຕ່ງຢາເສບຕິດ.
 (ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top