• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ປະກາດສະພາວະສຸກເສີນລະດັບຮ້າຍແຮງຢູ່ນະຄອນຫລວງ ບາງກອກ

      ພາຍຫລັງກອງປະຊຸມດ່ວນ ໂດຍທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ຮຽກໂຮມໃນວັນທີ 16 ຕຸລາ, ລັດຖະບານໄທ ໄດ້ຮັບຮອງເອົາລັດຖະດຳລັດກ່ຽວກັບສະພາວະສຸກເສີນລະດັບຮ້າຍແຮງຢູ່ນະຄອນຫລວງ ບາງກອກ ເປັນເວລາ 1 ເດືອນ ດ້ວຍຈຸດປະສົງແມ່ນຢຸດຕິບັນດາການແຫ່ຂະບວນປະທ້ວງທີ່ພວມເກີດຂຶ້ນຢູ່ທ້ອງຖະໜົນ.

ການແຫ່ຂະບວນປະທ້ວງທີ່ພວມເກີດຂຶ້ນຢູ່ທ້ອງຖະໜົນ
      ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄທ ໄດ້ຕົກລົງປະກາດສະພາວະສຸກເສີນ ລະດັບຮ້າຍແຮງຢູ່ນະຄອນຫລວງ ບາງກອກ, ເຊິ່ງມີຜົນສັກສິດແຕ່ເວລາ 4 ໂມງເຊົ້າຂອງວັນທີ 15 ຕຸລາ ເປັນຕົ້ນໄປ. ຕາມການກຳນົດຂອງກົດໝາຍໄທແລ້ວ, ທ່ານນາກລັດຖະມົນຕີ ຕ້ອງຍື່ນສະເໜີຕໍ່ຄະນະລັດຖະບານຮັບຮອງເອົາ ພາຍຫລັງບໍ່ເກີນ 3 ວັນນັບແຕ່ມື້ປະກາດ. ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ກໍ່ຢືນຢັນວ່າ ລັດຖະບານຂອງທ່ານ ຈະບໍ່ລາອອກຈາກຕຳແໜ່ງ ແລະ ອາດຈະພິຈາລະນາການຈັດວາງຄຳສັ່ງສະພາວະສຸກເສີນ ຖ້າບັນດາການແຫ່ຂະບວນປະທ້ວງປີນຂັ້ນໄດໄປກ່ວາອີກ ເຖິງຢ່າງໃດກໍ່ຕາມ ທ່ານຖືວ່າ ຍັງບໍ່ທັນເຖິງຂັ້ນຕ້ອງຈັດວາງກົດໄອຍະການເສິກເທື່ອ.
        ບັນດາການແຫ່ຂະບວນປະທ້ວງຢູ່ ໄທ ໄດ້ປີນຂັ້ນໄດໃນ 3 ເດືອນ ຜ່ານມາ ແລະ ຍັງບໍ່ທັນມີສັນຍານຢຸດຕິລົງເທື່ອ ໂດຍບໍ່ຫົວຊາຕໍ່ລັດຖະດຳລັດກ່ຽວກັບສະພາວະສຸກເສີນລະດັບຮ້າຍແຮງທີ່ພວມປະກາດໃຊ້ໃນປະຈຸບັນ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top