• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ Sea Game 30

ພິທີໄຂງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (Sea Game) ປີ 2019 ດຳເນີນໃນຕອນຄ່ຳວັນທີ 30 ພະຈິກ, ຢູ່ເຂດປະສົມກິລາ Philippine Arena


(ຄະນະນັກກິລາຫວຽດນາມ ມີສະມາຊິກ 856 ຄົນ)

ພາຍໃຕ້ການຊ່ອງໜ້າຂອງທ່ານປະທານາທິບໍດີຟີລິບປິນ Rodrigo Duterte, ກະສັດບຣູໄນ Hassanal Bolkiah, ບັນດາເຈົ້າໜ້າທີ່ກິລາສາກົນ ພ້ອມກັບຜູ້ເຂົ້າຮ່ວມກວ່າ 5 ໝື່ນຄົນ.

        ຄະນະນັກກິລາ 11 ຄະນະໄດ້ຍ່າງໄປຜ່ານເວທີຕາມລຳດັບ. ສິ່ງພິເສດໃນການເດີນຂະບວນຄັ້ງນີ້ແມ່ນມີການເຂົ້າຮ່ວມຂອງນາງງາມຟີລິບປິນ 11 ຄົນ, ທີ່ເຄີຍຍາດໄດ້ລາງວັນໃນການງານປະກວດນາງງາມໂລກ. ເຂົ້າຮ່ວມ Sea Game ຄັ້ງນີ້, ຄະນະນັກກິລາຫວຽດນາມ ມີສະມາຊິກ 856 ຄົນ, ດ້ວຍນັກກິລາ 600 ຄົນ, ແຂ່ງຂັນໃນ 40 ປະເພດ, ວາງຄາດໝາຍຍາດໄດ້ຫຼຽນຄຳກວ່າ 65 ຫຼຽນ, ຢືນອັນດັບທີ 3 ໃນທົ່ວຄະນະ. ໃນຕອນອັດແມ່ນພິທີທວນໄຟ ແລະຫຼັງຈາກນັ້ນແມ່ນການຍິງບັ້ງໄຟດອກ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ກ່າວເຕືອນ ຈະເພີ່ມທະວີຄຳສັ່ງລົງໂທດດ້ານເສດຖະກິດຕໍ່ ລັດເຊຍ ແລະ ໝູນໃຊ້ມາດຕະການສຳລັບບັນດາຝ່າຍທີ່ໜູນຊ່ວຍດ້ານການເງິນ ໃຫ້ແກ່ບັ້ນການທະຫານພິເສດຂອງ ລັດເຊຍ.

Top