• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ ASEM 13: ມຸ່ງໄປເຖິງຄວາມວັດທະນາຖາວອນແບບຍືນຍົງ

      ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ Hun Sen ໃນຖານະເປັນປະທານ ASEM 13 ໄດ້ຢັ້ງຢືນວາ ເພື່ອຄວບຄຸມວິກິດການໃນໂລກ ພາຍຫຼັງໂລກລະບາດໂຄວິດ - 19 ບັນດາປະເທດຕ້ອງເພີ່ມທະວີການພົວພັນຄູ່ຮ່ວມມືອາຊີ - ເອີລົບ ເພື່ອຮັກສາກົນໄກຫຼາຍຝ່າຍຢ່າງແຮງ ເພື່ອນຳມາເຊິ່ງວິວັດທະນາການບໍ່ພຽງແຕ່ຍືນຍົງ ເທົ່ານັ້ນ ຫາກຍັງໄດ້ຮັບການແບ່ງປັນອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກອງປະຊຸມສຸດຍອດ ອາຊີ - ເອີລົບຄັ້ງທີ 13 (ASEM 13) ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 25 ພະຈິກ, ຢູ່ສະຖານທີ່ຖ່າຍທອດສົດຢູ່ Phnom Penh, ປະເທດ ກຳປູເຈຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Samdech Techo Hun Sen. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມແບບທາງໄກ ໃນລະຫວ່າງວັນທີ 25 – 26 ພະຈິກ.
ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ Hun Sen ໃນຖານະເປັນປະທານ ASEM 13 ໄດ້ຢັ້ງຢືນວາ ເພື່ອຄວບຄຸມວິກິດການໃນໂລກ ພາຍຫຼັງໂລກລະບາດໂຄວິດ - 19 ບັນດາປະເທດຕ້ອງເພີ່ມທະວີການພົວພັນຄູ່ຮ່ວມມືອາຊີ - ເອີລົບ ເພື່ອຮັກສາກົນໄກຫຼາຍຝ່າຍຢ່າງແຮງ ເພື່ອນຳມາເຊິ່ງວິວັດທະນາການບໍ່ພຽງແຕ່ຍືນຍົງ ເທົ່ານັ້ນ ຫາກຍັງໄດ້ຮັບການແບ່ງປັນອີກດ້ວຍ.
      ກອງປະຊຸມ ASEM 13 ໄດ້ດຳເນີນໃນລະຫວ່າງ ວັນທີ 25 – 26 ພະຈິກ, ດ້ວຍ 7 ຫົວຂໍ້ເພື່ອປຶກສາຫາລືລວມມີ: ຜົນສຳເລັດ, ຄວາມຫຍຸ້ງຍາກ ແລະ ມາດຕະການ, ຟື້ນຟູກົນໄກຫຼາຍຝ່າຍ ເພື່ອສັນຕິພາບ ແລະ ສະຖຽນລະພາບທົ່ວໂລກ, ເພີ່ມທະວີລະບົບການຄ້າອີງໃສ່ກົດໝາຍ, ການພັດທະນາຢ່າງຮອບດ້ານ ແລະ ຍືນຍົງ, ເຊື່ອມຕໍ່, ແມ່ຍິງສັນຕິພາບ ແລະ ຄວາມໝັ້ນຄົງ, ການປ່ຽນແປງຂອງດິນຟ້າອາກາດ. ບັນດາການນຳ ASEM ກໍ່ຈະປຶກສາຫາລືກ່ຽວກັບບັນຫາ: ແກ້ໄຂຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ຊຸກຍູ້ການຟື້ນຟູເສດຖະກິດພາຍຫຼັງຄວບຄຸມໂຄວິດ - 19 ໄດ້ ເພື່ອການວັດທະນາຖາວອນ, ສ້າງອະນາຄົດທີ່ຮັບມືຢ່າງມີໄຫວພິບຄືນໃໝ່.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top