• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີປາໄສເສດຖະກິດ ໂລກ 2020 ຢູ່ Davos

      ບັນດາຂໍ້ຕົກລົງໄດ້ຍົກອອກທີ່ WEF ຄັ້ງນີ້ ຈະຕັດສິນຊີ້ຂາດ ອະນາຄົດຂອງ ມວນມະນຸດ ແລະ WEF 50 ທີ່ພວມມານະພະຍາຍາມ ຫັນປ່ຽນ Davos ກາຍເປັນ ໜຶ່ງໃນບັນດາກອງປະຊຸມສາກົນຍືນຍົງທີ່ສຸດ. 

ພາບປະກອບ (TTXVN) 
      ເວທີປາໄສເສດຖະກິດ ໂລກ ຄັ້ງທີ 50 (WEF 2020) ໄດ້ໄຂຂຶ້ນໃນວັນທີ 21 ມັງກອນ ຢູ່ນະຄອນ Davos, ປະເທດ ສະວິດ ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 3.000 ຄົນທີ່ມາຈາກ 117 ປະເທດ, ໃນນັ້ນ ມີ ປະມຸກລັດ ແລະ ຜູ້ນຳລັດຖະບານ 53 ຄົນ…ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ນຳໜ້າເຂົ້າຮ່ວມກອງປະຊຸມດັ່ງກ່າວ.
        ບັນດາຂໍ້ຕົກລົງໄດ້ຍົກອອກທີ່ WEF ຄັ້ງນີ້ ຈະຕັດສິນຊີ້ຂາດ ອະນາຄົດຂອງ ມວນມະນຸດ ແລະ WEF 50 ທີ່ພວມມານະພະຍາຍາມ ຫັນປ່ຽນ Davos ກາຍເປັນ ໜຶ່ງໃນບັນດາກອງປະຊຸມສາກົນຍືນຍົງທີ່ສຸດ. ເວທີປາໄສ ຊຸກຍູ້ພື້ນຖານ ເສດຖະກິດໝູນວຽນ, ລະບົບເສດຖະກິດ ເພື່ອແນໃສ່ລົບລ້າງ ສິ່ງເສດເຫຼືອ ແລະ ການນຳໃຊ້ຊັບພະຍາກອນຢ່າງຕໍ່ເນື່ອງ, ດ້ວຍວິທີຫຼຸດຜ່ອນນຳໃຊ້ ແລະ ຜະລິດຄືນໃໝ່ ບັນດາວັດຖຸໃນວຽກງານພະລາທິການຂອງ ກອງປະຊຸມ. WEF 2020 ຈະຫຼຸດຈຳນວນຂີ້ເຫຍື້ອ ລົງ 25% ເມື່ອທຽບໃສ່ປີ 2019.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ເຖິງ​ສື່ມວນ​ຊົນ ເວ​ເນ​ຊູ​ເອ​ລາ

ຖະ​ແຫຼງຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ເຖິງ​ສື່ມວນ​ຊົນ ເວ​ເນ​ຊູ​ເອ​ລາ

ວັນທີ 08 ມັງກອນ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ກາຣາກາສ, ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ - ສື່ມວນຊົນ ເວເນຊູເອລາ ຈັດການພົບປະກັບອົງການສື່ມວນຊົນ ເພື່ອຖະແຫຼງຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ່ XIV ຂອງພັກກອມມູນິດ ຫວຽດນາມ ເຖິງບັນດາອົງການສື່ມວນຊົນປະເທດປະຈຳຖິ່ນ.

Top