• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ

      ຕອນບ່າຍວັນທີ 02 ກຸມພາ, ທີ່ຖະໜົນປຶ້ມນະຄອນ ໂຮ່ຈີມິນ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສຳນັກພິມຈຳໜ່າຍສັງລວມນະຄອນ ໂຮ່ຈີມິນ ຈັດຕັ້ງ ສັບປະດາການເຄື່ອນໄຫວສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020)”.

ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ
      ເຫດການດັ່ງກ່າວລວມມີບັນດາການເຄື່ອນໄຫວຄື: ງານວາງສະແດງເອກະສານກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ; ວາງສະແດງ, ງານວາງສະແດງຮູບຖ່າຍເອກະສານກ່ຽວກັບອົງຄະນະພັກ ໄຊງ່ອນ - ເຈິ້ເລີ໊ນ - ນະຄອນ ໂຮ່ຈີມິນ. ອ້າຍ ຫງວຽນວັນລົກ, ນັກສຶກສາສະຖາບັນດົນຕີນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
        “ຕົນເອງຮູ້ສຶກມີຄວາມເອກອ້າງທະນົງໃຈ ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນຂອງປະເທດຄື ຫງວຽນທິມິງຄາຍ, ຫງວຽນທິດິງແລະ ນັກຮົບວິລະຊົນອື່ນໆອີກຫລາຍຄົນ. ເຂົາເຈົ້າໄດ້ເສຍສະຫຼະຊີວິດເພື່ອຍາດເອົາເອກະລາດໃຫ້ແກ່ປະເທດຊາດ ໃຫ້ລຸ້ນຄົນຕ່າງໆພວກເຮົາໄດ້ດຳລົງຊີວິດໃນຄວາມເປັນສັນຕິພາບ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top