• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂປີທ່ອງທ່ຽວແຫ່ງຊາດ - ບຸນ ຮວາລື 2021 ດ້ວຍຫົວຂໍ້ “ຮວາລື - ກຸງເກົ່ານັບພັນປີ”

      ຕອນຄ່ຳວັນທີ 20 ເມສາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ຮວາລື, ຂຶ້ນກັບຕາແສງ ເຈື່ອງອຽນ, ເມືອງຮວາລື ແຂວງ ນິງບິ່ງ ໄດ້ດຳເນີນພິທີໄຂ ປີທ່ອງທ່ຽວແຫ່ງຊາດ - ບຸນຮວາລື 2021 ດ້ວຍຫົວຂໍ້ ຮວາລື - ກຸງເກົ່ານັບພັນປີ”. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ ໄຂ (ພາບ: TTXVN)
      ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ດ້ວຍການຊີ້ນຳນຳພາຂອງພັກ, ການເຂົ້າຮ່ວມຂອງທັງລະບົບການເມືອງ, ພິເສດແມ່ນການເຂົ້າຮ່ວມຂອງປະຊາຊົນ, ຫວຽດນາມ ໄດ້ ແລະ ກຳລັງຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ. ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນແຜນທີ່ທ່ອງທ່ຽວໂລກ. ນິງບິ່ງ ໄດ້ຮັບການເຊີດຊູວ່າ ແມ່ນໜຶ່ງໃນ 50 ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນໂລກ (ວາລະສານ  Business Insider, 2018), ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແບບຄົ້ນຫາທີ່ຈັບໃຈທີສຸດ (Hostelworld 2020) ແລະ ພິເສດ ຜ່ານໃນໄລຍະຜ່ານມາ, ນິງບິ່ງ ໄດ້ຮັບການເລືອກເຟັ້ນວ່າ ແມ່ນ “ສະຖານທີ່ທີ່ຮັກແພງແຂກຄົນທີ່ສຸດ” ຕາມ (Traveller Review Awards, booking.com, 2021).
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ປະຊາຊົນ ຈົ່ງພ້ອມກັນປະຕິບັດບັນດາຂໍ້ກຳນົດ, ຄຳແນະນຳຢ່າງເຂັ້ມງວດ ເພື່ອສາມາດດຳລົງຊີວິດຢ່າງປອດໄພ ແລະ ພັດທະນາໃນໄລຍະເກີດໂລກລະບາດໂຄວິດ - 19.
        ພາຍຫຼັງພິທີໄຂ ແມ່ນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ຮວາລື - ພັນປີຍັງກ້ອງກັງວານ” ດ້ວຍການສະແດງຂອງນັກສິລະປິນ ແລະ ປະຊາຊົນປະມານ 500 ຄົນ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2027

ຫວຽດ​ນາມ ແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2027

APEC ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິ​ດ​ແຖວ​ໜ້າ, ພ້ອມ​ທັງ​ສຸມ​ໃສ່​ສາມ​ບຸ​ລິ​ມະ​ສິດ​ໃຫຍ່​ຮອດ​ປີ 2035: ຊຸກ​ຍູ້​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ເສ​ລີ​ເປີດ; ຍົກ​ສູງ​ກຳ​ລັງ​ທົນ​ທານ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ລະ​ບົບ​ສະ​ໜອງ; ໝູນ​ໃຊ້​ໂອ​ກາດ​ຈາກວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ສີ​ຂຽວ, ແນ​ໃສ່​ຮັບ​ປະ​ກັນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ກວມ​ລວມ.

Top