• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂຖະໜົນປື້ມລະດູບານໃໝ່ປີລະກາ 2017


ໄຂຖະໜົນປື້ມລະດູບານໃໝ່ປີລະກາ2017
(ພາບອິນເຕີແນັດ)

      ຕອນ​ເຊົ້າ​ວັນ​ທີ 30/01 ຢູ່ ຮ່າ​ໂນ້ຍ, ພະ​ແນ​ກຖະ​ແຫຼ​ງຂ່າວ - ສື່ສານ ຮ່າ​ໂນ້ຍ, ຄະນະ​ກຳມະການ​ປະຊາຊົນ​ເມືອງ ຮ່ວານ​ກຽມ ຈັດ​ຕັ້ງ​ພິທີ​ໄຂ “ຖະໜົນ​ປື້​ມລະດູບານ​ໃໝ່​ປີ​ລະກາ 2017”. ນີ້​ແມ່ນ​ການ​ເຄື່ອນ​ໄຫ​ວ ​ແນ​ໃສ່​ສ້າງບໍລິ​ເວນ​ວັດທະນະທຳ​ອ່ານ​ໃຫ້​ປະຊາຊົນ​ນະຄອນຫລວງ ​ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ​ປີລະກາ, ​ເຊີດ​ຊູ​ວັດທະນະທຳ​ອ່ານ ​ແລ​ະ ພັດທະນາ​ຂະ​ບວນການ​ອ່ານ​ປື້​ມ.
        ຖະໜົນ​ປື້​ມລະດູບານ​ໃໝ່​ປີ​ລະກາ 2017 ລວມມີ​ຮ້ານ​ວາງສະ​ແດງ​ປື້​ມທີ່​ສວຍ​ງານ, ສ້າງຄວາມ​ປະ​ທັບ​ໃຈ 25 ຮ້ານ ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງ​ໂຮ​ງພິມ​ຈຳໜ່າຍ, ບໍລິ​ສັດ​ປື້​ມ​ທີ່​ມີ​ຊື່​ສຽງ​ຫລາຍ​ແຫ່ງ.  ພິ​​ເສດ ຖະໜົນ​ປື້​ມລະດູບານ​ໃໝ່​ປີ​ນີ້ ມີ​ຮ້ານ​ວາງສະ​ແດງ ​ແລະ ​ແນະນຳ​ຂາຍ​ໜັງສື​ພິມ​ບຸນ​ເຕັດ, ໜັງສື​ພິມ​ລະດູບານ​ໃໝ່​ຂອງ​ບັນດາ​ສຳນັກ​ສື່​ມວນ​ຊົນ ຮ່າ​ໂນ້ຍ. ນ້ອງ ຟ້າ​ມຫາຍ​ຟ່ອງ ນັກຮຽນ​ໂຮງຮຽນ ທັງ​ລອງ ຮ່າ​ໂນ້ຍ ມາ​ຢ້ຽມ​ຊົມຖະໜົນ​ປື້​ມລະດູບານ​ໃໝ່​​ແບ່ງປັນ​ວ່າ:
        “ນ້ອງ​ມັກ​ໄປ​ງານ​ບຸນ​ປື້​ມລະດູບານ​ໃໝ່​ຄື​ແນວ​ນີ້ ​​ເພາະມີ​ຜົນ​ປະ​ໂຫຍ​ດທີ່​ສຸດ. ຖະນົນ​ປື້​ມ ລະດູບານ​ໃໝ່​ທັງ​ຊ່ວຍ​ໃຫ້​ທຸກ​ຄົນ​ສຳ​ຜັດ​ກັບ​ບໍລິ​ສັດ​ຈຳໜ່າຍ​ປື້​ມ, ທັງຊ່ວຍ​ໃຫ້​ທຸກ​ຄົນ​ຮູ້ສຶກ​ໄດ​້ ບັນຍາກາດ​ຂອງ​ບຸນ​ເຕັດກ່ວາ”
(ແຫຼ່ງຄັດຈາກ VOV)
 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top