• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019

ຕອນຄ່ຳວັນທີ 26 ເມສາ, ງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019 ໄດ້ຖືກໄຂຂຶ້ນດ້ວຍລາຍການສະແດງສິລະປະ “ ສິ່ງຍອດຍິ່ງອາຊີບຫັດຖະກຳຫວຽດນາມ” ຊຶ່ງມີ 11 ລາຍການສະແດງດ້ວຍນັກສະແດງກວ່າ 500 ຄົນ.

ລາຍການສະແດງສິລະປະ “ ສິ່ງຍອດຍິ່ງອາຊີບຫັດຖະກຳຫວຽດນາມ” 

ບັນດາລາຍການສະແດງໄດ້ສັນລະເສີນປະເທດຫວຽດນາມ, ໂຄສະນາພາບພົດເຂດບ້ານນາ, ບັນດາຜະລິດຕະພັນຂອງບັນດາໝູ່ບ້ານອາຊີບຫວຽດນາມ. ງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019 ໄດ້ເຕົ້າໂຮມສິ່ງຍອດຍິ່ງຂອງ 16 ກຸ່ມອາຊີບ ດ້ວຍ 60 ຫມູ່ບ້ານອາຊີບ ແລະ ນັກສິລະປະການກວ່າ 350 ຄົນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນວັນແທ່ງ ປະທານຄະນະກຳມະການປະຊາຊົນນະຄອນເຫ້ວ, ຫົວໜ້າຄະນະຈັດຕັ້ງ ງານ Festival ອາຊີບຫັດຖະກຳ ເຫ້ວຄັ້ງທີ 8 ປີ 2019ໃຫ້ຮູ້ວ່າ :

    “ ກຸ່ງເກົ່າເຫ້ວໄດ້ຮັບການເຊີດຊູແມ່ນມໍລະດົກວັດທະນະທຳໂລກ, ນະຄອນ  Festival ທີ່ເປັນເອກະລັກຂອງຫວຽດນາມ ຊຶ່ງແມ່ນນະຄອນທີ່ມີມູນເຊື້ອວັດທະນະທຳ ແລະ ປະຫວັດສາດມາແຕ່ດົນນານ. ເຫ້ວຈະມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສົມກັບອາລົມຈິດຄວາມຮັກແພງຂອງປະຊາຊົນໃນທົ່ວປະເທດ ແລະ ເພື່ອນມິດສາກົນ ”

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ-ໂປ​ໂລຍ ນຳ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສົມ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ນີ້​ແມ່ນ​ໂອດ​ກາດ​ເພື່ອ​ບັນ​ດາ​ຝ່າຍ​ເຊື່ອມ​ຕໍ່​ໂດຍ​ກົງ, ແລກ​ປ່ຽນ​ຂໍ້​ມູນ​ເພື່ອ​ແນ​ໃສ່​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່ມ​ີ​ເນື້ອ​ໃນ​ວິ​ທະ​ຍາ​ສາດ..

Top