• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເທື່ອທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12

      ຕອນເຊົ້າວັນທີ 16 ພຶດສະພາ, ກອງປະຊຸມເທື່ອທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ໄຂຂຶ້ນຢູ່ນະຄອນຫລວງ ຮ່າໂນ້ຍ. 
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບບັນດາເນື້ອໃນຄື: ໂຄງຮ່າງບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຊຸດທີ 13 ຂອງພັກ; ກະກຽມໃຫ້ແກ່ການຊີ້ນຳດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຊຸດທີ 13 ຂອງພັກ; ແລະ ບາງບັນຫາສຳຄັນອື່ນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ  (ພາບ: TTXVN)
      ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະເໜີສູນກາງ ສະຫງວນເວລາຄົ້ນຄວ້າບັນດາເອກະສານ, ປຶກສາຫາລື, ປະກອບຄຳເຫັນໃສ່ບັນດາຂໍ້ສະເໜີຢ່າງລະອຽດ ຊຶ່ງໄດ້ລະບຸໃນບັນດາໃບສະເໜີ ແລະ ໂຄງຮ່າງບົດລາຍງານ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວວ່າ:
        ກອງປະຊຸມໃຫຍ່ຊຸດທີ 13 ບໍ່ພຽງແຕ່ໃຫ້ໄລຍະ 2021 – 2026 ເທົ່ານັ້ນ ຫາກຍັງຕ້ອງມີວິໄສທັດຍຸດທະສາດກ່ວາ, ຫວນຄືນທັງອະດີດຕະການ ແລະ ມຸ່ງໄປເຖິງອະນາຄົດ. ກົມການເມືອງຫາກໍ່ຈັດປະຊຸມກັບພະນັກງານຫຼັກແຫຼ່ງ ແລະ ຂ້າພະເຈົ້າໄດ້ສະເໜີ ບັນດາທ້ອງຖິ່ນທັງໝົດ ຕ້ອງໄຈ້ແຍກວິວັດການຂອງຕົນວ່າເປັນຄືແນວໃດ ແລະ ໄລຍະຈະມາເຖິງ ວາດພາບເບິ່ງວ່າ ແຂວງ, ທ້ອງຖິ່ນ, ກະຊວງຂະແໜງການຂອງຕົນຮອດປີ 2030 ຈະເປັນແນວໃດ, ຮອດປີ 2045 ຈະພັດທະນາຄືແນວໃດ. ບັນຫານີ້ແມ່ນຍາກ, ສະນັ້ນ ບັນດາສະຫາຍຕ້ອງຄົ້ນຄວ້າຈົນສຸດຄວາມສາມາດຂອງຕົນ. ມີມູມມອງຍາວນານໃນສະເພາະໜ້າ, ເບິ່ງຄືນອະດີດຕະການເພື່ອສະຫລຸບທັງໝົດວິວັດການ.
        ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກເຖິງເນືື້ອໃນລາຍການຂອງກອງປະຊຸມຄັ້ງນີ້ວ່າແມ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ເລື່ອງສຳເລັດໜ້າທີ່ການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ 12 ກະກຽມບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແລະ ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ສະນັ້ນ, ສະເໜີສູນກາງ ແລະ ບັນດາກຳມະການເຂົ້າຮ່ວມກອງປະຊຸມ ເສີມຂະຫຍາຍພູມປັນຍາ, ຈິດໃຈຄວາມຮັບຜິດຊອບ, ສຸມໃສ່ຄົ້ນຄວ້າ, ປຶກສາຫາລືຢ່າງລະອຽດລະອໍ, ປະກອບຄຳເຫັນເພື່ອສ້າງສຳເລັດບັນດາບົດລາຍງານ, ແຜນຮ່າງ ແລະ ພິຈາລະນາ, ຕັດສິນໃນທ້າຍກອງປະຊຸມ./.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top