• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນຄັ້ງທີ 10

ກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນຄັ້ງທີ 10 (ALAWMM 10) ໄຂຂຶ້ນໃນຕອນເຊົ້າວັນທີ 12 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຄະນະເລຂາອາຊຽນ.

(ໄຂກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນຄັ້ງທີ 10)

ກອງປະຊຸມລັດຖະມົນຕີຍຸຕິທຳ ແມ່ນກາລະໂອກາດເພື່ອໃຫ້ບັນດາສະມາຊິກແບ່ງປັນສະພາບການພັດທະນາ, ວຽກງານປະຕິຮູບກົດໝາຍ ແລະ ຍຸຕິທຳຂອງແຕ່ລະປະເທດ. ພ້ອມກັບຄວາມມານະພະຍາຍາມຈາກຝ່າຍລັດ, ລັດຖະບານ, ຂະແໜງຕຸລາການບັນດາປະເທດອາຊຽນ ກໍ່ມີການປະກອບສ່ວນສຳຄັນໃຫ້ແກ່ວິວັດການຮ່ວມສຳພັນກັບພາກພື້ນ.

        ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດ ແລະ ທີ່ຕັ້ງຂອງຕົນໃນວຽກງານຕັ້ງໜ້າປະກອບສ່ວນໃຫ້ແກ່ວິວັດການປຶກສາຫາລື, ວາງອອກບັນດາທິດທາງເພື່ອແນໃສ່ຮັບປະກັນການຜັນຂະຫຍາຍຢ່າງມີປະສິດທິຜົນ, ຖືກກັບຄວາມຄືບໜ້າບັນດາລາຍການ, ແຜນການຮ່ວມມືດ້ານກົດໝາຍທີ່ໄດ້ວາງອອກ ຕາມບັນດາຂອບເຂດ ແລະ ຂັ້ນຕອນທີ່ໄດ້ກຳນົດໄວ້. ພ້ອມທັງຫວັງວ່າ, ບັນດາຂໍ້ລິເລີ່ມທີ່ໄດ້ຮັບການຮັບຮອງເອົາທີ່ບັນດາກອງປະຊຸມລັດຖະມົນຕີຍຸຕິທຳອາຊຽນ ຄັ້ງກ່ອນນີ້, ພ້ອມກັບຂໍ້ລິເລີ່ມຈະສືບຕໍ່ໄດ້ຮັບການພິຈາລະນາ, ຮັບຮອງເອົາທີ່ກອງປະຊຸມຄັ້ງນີ້ ຈະໄດ້ຜັນຂະຫຍາຍຢ່າງແຮງກວ່າໃນໄລຍະຈະມາເຖິງ, ນຳການຮ່ວມມືດ້ານກົດໝາຍ ແລະ ຍຸດຕິທຳໃນອາຊຽນ ບັນລຸປະສິດທະຜົນກວ່າ, ປະກອບສ່ວນສ້າງປະຊາຄົມກົດໝາຍ ແລະ ຍຸຕິທຳອາຊຽນ ຮ່ວມສຳພັນກັນຢ່າງແໜ້ນແຟ້ນ, ມີຄວາມສາມັກຄີ, ເປັນເອກະພາບກັນກວ່າ.
 

(ແຫຼ່ງຄັດຈາກ VOV)

 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top