• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສະມັດຊາ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 39

      ຕອນເຊົ້າວັນທີ 4 ກັນຍາ, ຢູ່ສິງກະໂປ, ໄດ້ດໍາເນີນວາລະໄຂ ກອງປະຊຸມສະມັດຊາ ລັດຖະສະພາ ລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 39 ດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກໃນພາກພື້ນ. 

ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາ  AIPA ຄັ້ງທີ 39
      ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ໋ບ໊າຕິ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ. ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Teo Chee Hean ໃຫ້ຮູ້ວ່າ:  ປັດຈຸບັນ, ອາຂຽນພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ ນັ້ນແມ່ນ ການຫັນປ່ຽນຂອງບັນດາກະແສຄື້ນພູມີສາດການເມືອງ, ຜົນກະທົບຂອງບັນດາບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງການທະຫານ ແລະ ປອດການທະຫານ. ທ່ານຮອງນາຍົກລັດຖະມົນຕີ ສິງກະໂປຖືວ່າ AIPA ຕ້ອງສຸມໃສ່ 4 ບັນຫາຄື ການສ້າງສາຍຮ່ວມສໍາພັນ, ການປະດິດຄິດສ້າງ, ການຮັບມື ແລະ ບັນຫາດິນຟ້າອາກາດ. ດ້ວຍຖານະເປັນປະທານອາຊຽນ, ສິງກະໂປ ໃຫ້ຄໍາໝັ້ນສັນຍາ ກັບບັນດາປະເທດສະມາຊິກ ວ່າ ຍາມໃດກໍພ້ອມແລ້ວທີ່ຈະຂຸດຄົ້ນບັນດາກາລະໂອກາດໃໝ່ ແລະ ຄວບຄຸມບັນດາສິ່ງທ້າທາຍໃໝ່ທີ່ຫາກໍພົ້ນເດັ່ນຂຶ້ນ. ສໍາລັບວຽກງານຂອງ ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 39 ນີ້ ແມ່ນການສຸມໃສ່ສ້າງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ປະດິດຄິດສ້າງ ກໍແມ່ນສິ່ງທີ່ອາຊຽນ ພວມມຸ່ງໄປເຖິງ.
 (ແຫຼ່ງຄັດຈາກ VOV)

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.

Top