• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມ​ສຸດຍອດສື່ມວນຊົນ​ຂອ​ບການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018

ຕ່ອນບ່າຍວັນທີ 02 ກໍລະກົດ, ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) 2018 ໄດ້ໄຂຂຶ້ນຢູ່ນະຄອນຫລວງ ວຽງຈັນ ປະເທດ ລາວ,

ພິທີໄຂກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018 (ພາບ: KPL)
ດ້ວຍຫົວຂໍ້ວ່າ: “ການຮ່ວມມືໃນປະຊາຄົມແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ເພື່ອອະນາຄົດອັນດີງາມ”. ເຂົ້າຮ່ວມພິທີໄຂກອງປະຊຸມມີທ່ານ ສາດສະດາຈານ, ປະລິຍາເອກ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານ ຮວງຄຸນມິງ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດ ຈີນ; ພ້ອມດ້ວຍຜູ້ຕາງໜ້າຂັ້ນສູງບັນດາສຳນັກຂ່າວສານໃຫຍ່ຂອງ 6 ປະເທດເຂົ້າຮ່ວມຂອບເຂດ MLC ລວມມີ: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ກອງປະຊຸມສື່ມວນຊົນ MLC 2018 ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ສົນທົບກັບໜັງສືພິມ ເຢີນໝີນຢືປາວ (ຈີນ) ຮ່ວມກັນຈັດຕັ້ງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະລິຍາເອກ ກິແກ້ວ ໄຂຄຳພິທູນ ເນັ້ນໜັກວ່າ ກອງປະຊຸມສື່ມວນຊົນຄັ້ງນີ້ ມີຄວາມໝາຍສຳຄັນ ເມື່ອຊຸກຍູ້ການຮ່ວມມື, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ ແລະ ວົງການສື່ມວນຊົນບັນດາປະເທດເຂົ້າຮ່ວມ MLC. ຕາມແຜນການແລ້ວ, ຕອນເຊົ້າວັນທີ 07 ກໍລະກົດ ກອງປະຊຸມສືບຕໍ່ເຮັດວຽກ.

ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: KPL)
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top