• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 12


ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ,ລັດ,ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ
ກອງ​ປະ​ຊຸມ​ໃຫຍ່. ພາບ:qdnd.vn
      ຕອນ​ເຊົ້າ​ວັນ​ທີ 7/3, ຢູ່ ຮ່າ​ໂນ້ຍ ໄດ້​ໄຂ​ກອງ​ປະ​ຊຸມ​ໃຫຍ່​ແມ່​ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ອາ​ຍຸ​ການ 2017-2022. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີ​ມ​ເງິນ, ປະ​ທ​ານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ພ້ອມ​ກັບ​ຜູ້​ແທນ 1.155 ຄົນ​ທີ​່​ຕາງ​ຫນ້າ​ໃຫ້​ແມ່​ຍິງ​ທຸກ​ຊັ້​ນ​ວັນ​ນະ, ບັນ​ດາ​ເຜົ່າ, ສາ​ສະ​ຫນາ, ທຸກ​​ເກນ​ອາ​ຍຸ, ຂະ​ແຫນງ​​ອາ​ຊີບ ແລະ ເຂດ​ພາກ​​ໃນທົ່ວ​ປະ​ເທດ​.
      ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຄວນ​ກຳ​ແຫນ້ນ ແລະ ຊາບ​ຊ​ຶມ​ບັນ​ດາ​ທັດ​ສະ​ນະ, ແນວ​ຄິດ​ຊີ້​ນຳ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ສະ​ຫລຸບ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ສັ່ງ, ມະ​ຕິ​ທີ່​ກ່ຽວ​ຂ້ອງ​ກໍ​ຄື​ພຶດ​ຕິ​ກຳ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ​ແມ່​ຍິງ ແລະ ສະ​ມາ​ຄົມ​ແມ່​ຍິງ. ສະ​ຫະ​ພັນ​ແມ່​ຍິງ ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ ແລະ ສະ​ມາ​ຄົມ​ກວ່າ​ອີກ.
        “ສຸມ​ໃສ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ຄົບ​ຊຸດ​ເພື່ອ​ສ້າງ​ແມ່​ຍິງ​ຫວຽດ​ນາມ ພັດ​ທະ​ນາ​ຮອບ​ດ້ານ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໄລ​ຍະ​ຍູ້​ແຮງ​ການ​ເຫັນ​ເປັນ​ອຸດ​ສະ​ຫະ​ກຳ, ທັນ​ສະ​ໄຫມ ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຍົກ​ສູງ​ຄຸນ​ນະ​ພາບ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຄົມ​ທຸກ​ຂັ້ນ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ​ສະ​ມາ​ຄົມ​ໃນ​ໄລ​ຍະ​ໃຫມ່. ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ສະ​ມາ​ຄົມ ໃຫ້​ມີ​ຄຸນ​ນະ​ທາດ​ການ​ເມືອງ​ອັນ​ໝັ້ນ​ຄົງ, ຄຸນ​ສົມ​ບັດ​ດີ, ມີ​ຈີນ​ຕະ​ນາ​ການ, ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ຂອງ​ສະ​ມາ​ຄົມ, ມີ​ລະ​ດັບ​ຄວາມ​ຮູ້​ດ້ານ​ວິ​ຊາ​ສະ​ເພາະ, ວິ​ຊາ​ການ ”
 (ແຫຼ່ງຄັດຈາກ VOV)
                                                                                            

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top