• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນ 9 ເດືອນປີ 2019, ຫວຽດນາມດຶງດູດ FDI ບັນລຸໄດ້ກ່ວາ 26 ຕື້ USD

      ນັບແຕ່ຕົ້ນປີມາຮອດ ວັນທີ 20 ກັນຍາ 2019, ຍອດທຶນລົງທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ ບັນລຸໄດ້ກ່ວາ 26 ຕື້ USD, ເພີ່ມຂຶ້ນ 3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງ ປີ 2018. 

ການຜະລິດໂລດໂອໂຕຂອງບໍລິສັດຍີ່ປຸ່ນ ຢູ່ ວິງຟູກ (ພາບ: TTXVN)
      ຕາມນັ້ນແລ້ວ, ກຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI), ຫວຽດນາມ ດຶງດູດໄດ້ 2.759 ໂຄງການໄດ້ຮັບໃບອະນຸຍາດໃໝ່ ດ້ວຍຈຳນວນທຶນຈົດທະບຽນບັນລຸໄດ້ເກືອບ 11 ຕື້ USD, ເພີ່ມຂຶ້ນກ່ວາ 26% ຈຳນວນໂຄງການ. ຄຽງຄູ່ກັນນັ້ນ, ມີກ່ວາ 1000 ໂຄງການທີ່ໄດ້ຮັບໃບອະນຸຍາດແຕ່ປີກາຍແລ້ວ ແລະ ໄດ້ຈົດທະບຽນດັດປັບເງິນລົງທຶນ ດ້ວຍຈຳນວນທຶນຂຶ້ນເຕີມບັນລຸໄດ້ 4,7 ຕື້ USD.
        ຕາມຂົງເຂດການລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂົງເຂດ, ຂະແໜງຄື, ໃນນັ້ນການລົງທຶນສຸມໃສ່ຫຼາຍທີ່ສຸດແມ່ນຂົງເຂດ ອຸດສາຫະກຳ ການປຸງແຕ່ງ, ປະດິດສ້າງ ດ້ວຍຍອດເງິນລົງທຶນບັນລຸໄດ້ກ່ວາ 18 ຕື້ USD, ກວມເອົາ 69% ຍອດທຶນຈົດທະບຽນ. ຕາມຄູ່ຮ່ວມມືລົງທຶນແລ້ວ, ໄດ້ມີ 109 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນຢູ່ ຫວຽດນາມ.
        ການສົ່ງອອກຂອງພາກພື້ນ FDI, ນັບທັງ ນ້ຳມັນດິບ ບັນລຸໄດ້ເກືອບ 135 ຕື້ USD, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນປີ 2018 ແລະ ກວມເອົາ 69,3%, ຂອງ ວົງເງິນສົ່ງອອກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top