• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນ 24 ວັນຢ່າງລຽນຕິດ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່

      ແຕ່ເວລາ 18 ໂມງ ຂອງວັນທີ 9 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 10 ພຶດສະພາ 2020, ຫວຽດນາມບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່. 

ວັດແທກອຸນຫະພຸມໃຫ້ແກ່ຜູ້ຖືກແຍກຕົວ (ພາບ: TTXVN) 
      ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19, ແຕ່ເວລາ 18 ໂມງ ຂອງວັນທີ 9 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 10 ພຶດສະພາ 2020, ຫວຽດນາມບໍ່ພົບຜູ້ຕິດເຊື້ອໂຄວິດ - 19 ໃໝ່. ເປັນອັນວ່າ, ໃນ 24 ວັນຢ່າງລຽນຕິດ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃນວົງຄະນະຍາດ.
        ໃນຈຳນວນຄົນເຈັບ 288 ຄົນຕິດເຊື້ອໂຄວິດ - 19  ທີ່ໄດ້ຮັບການຢັ້ງຢືນຢູ່ຫວຽດນາມນັ້ນ ມີ 241 ກໍລະນີ ໄດ້ຮັບການປິ່ນປົວຫາຍດີ. ສ່ວນຄົນເຈັບ 47 ຄົນທີ່ຍັງເຫຼືອ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍຂັ້ນສູນກາງ ແລະ ທ້ອງຖິ່ນ, ໃນນັ້ນ, ມີຄົນເຈັບ 4 ຄົນ ໄດ້ມີຜົນການວິໄຈເປັນລົບເທື່ອທີ 1 ກັບ ເຊື້ອໄວຣັດ SARS-CoV-2 ແລະ ຄົນເຈັບ 13 ຄົນ ມີຜົນການວິໄຈເປັນລົບ 2 ເທື່ອຂຶ້ນໄປກັບເຊື້ອໄວຣັດ SARS-CoV-2.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top