• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນມື້ທຳອິດຂອງປີໃໝ່ປີລະກາກວາງນິງໄດ້ຈຳໜ່າຍຖ່ານຫີນໄດ້ກວ່າ 28 ພັນໂຕນ

ກຸ່ມ​ບໍລິສັດ​ຖ່ານ​ຊັບພະຍາກອນ​ໂລຫະ ຫວຽດນາມ
​ຕ້ອນຮັບ​ກຳ່​ປັ່ນ​ມາຮັບ​ຈຳໜ່າຍ​ຖ່ານ​ຫີນ​ຖ້ຽວ​ທຳ​ອິດ​ໃນ​ປີ 28.400 ​ໂຕນ
(ພາບອິນເຕີແນັດ)
      ວັນ​ທີ 28/1 (ວັນ​ທີ 1 ຂອງ​ບຸນ​ເຕັດ), ຢູ່​ທ່າ ​ເກິ​ມຝາ (​ແຂວງ ກວາງ​ນິງ), ກຸ່ມ​ບໍລິສັດ​ຖ່ານ​ຊັບພະຍາກອນ​ໂລຫະ ຫວຽດນາມ ​ໄດ້​ຕ້ອນຮັບ​ກຳ່​ປັ່ນ​ມາຮັບ​ຈຳໜ່າຍ​ຖ່ານ​ຫີນ​ຖ້ຽວ​ທຳ​ອິດ​ໃນ​ປີ 28.400 ​ໂຕນ. ທ່ານ ດັ້ງ​ແທງ​ຫາຍ, ຜູ້ອຳນວຍການ​ໃຫຍ່ ກຸ່ມ​ບໍລິສັດອຸດສາຫະກຳ​ຖ່ານ​-ຊັບພະຍາກອນ​ໂລຫະ ຫວຽດນາມ TKV, ຢືນຢັນ​ວ່າ, ​ເຫດການ​ນີ້​ມີ​ຄວາມ​ໝາຍ​ເປີດ​ສາກ​ໃຫ້ການ​ຈຳໜ່າຍ​ຖ່ານ​ຫີນ​ໄດ້​ຮັບ​ຊະນະ, ​ເປີດ​ສາກ​ໜຶ່ງ​ປີ​ແຫ່ງ​ການ​ຜະລິດ​ຢ່າງ​ສະດວກ​ສະບາຍ, ​ໂຊກ​ດີ ​ແລະ ປະຕິບັດ​ສຳ​ເລັດ​ແຜນການ​ຜະລິດ ​ແລະ ຈຳໜ່າຍ​ຖ່ານ​ຫີນ​ໃນ​ປີ 2017. ​ໃນ​ພິທີ​ດັ່ງກ່າວ, ທ່ານ ຫງວຽນ​ດຶກ​ລອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນິງ ສະ​ແດງ​ຄວາມ​ຫວັງ​ວ່າ, ຖ່ານ​ຫີນ​ໂຕນ​ທຳ​ອິດ​ໃນ​ມື້​ນີ້ ຈະ​​ເປັນ​ການເປີດ​ສາກ​ໃຫ້​ປີ​ໜຶ່ງ​ແຫ່ງ​ການ​ເຕີບ​ໂຕ​ໃນ​ການຈຳໜ່າຍ​ຂອງ​ຂະ​ແໜງຖ່ານ​ຫີນ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top