• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃກ້ຈະເປີດສະຫຼອງສູນໜູນຊ່ວຍການໜູນໃຊ້ FTAສ.ເກົາຫຼີ-ຫວຽດນາມ

(ພາບປະກອບ)
          ວັນ​ທີ 02/03, ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ, ​ອົງການ​ສົ່ງ​ເສີມ​ການ​ຄ້າ - ການ​ລົງທຶນ ສ.ເກົາຫຼີ ຢູ່ ຫວຽດນາມ, ຫ້ອງການ KOTRA ​ຮ່າ​ໂນ້ຍ ຈະ​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ສູນ​ໜູນ​ຊ່ວຍ​ການ​ໜູນ​ໃຊ້​ສັນຍາ​ການ​ຄ້າ​ເສລີ FTA ສ.ເກົາຫຼີ - ຫວຽດນາມ. ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ ຫວຽດນາມ ​ແລະ ສ.ເກົາຫຼີ ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 20/12/2015. ​ເພື່ອ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ພິ​ເສດ​ໃຫ້​ວິ​ສາ​ຫະກິດ​ 2 ປະ​ເທດ ພາຍຫລັງ​ມີ​ສັນຍາ FTA, ສູນ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ ຈະ​ຍູ້​ແຮງ​ການ​ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ ​ເຊິ່ງ​ໄດ້​ກຳນົດ​ໃນ​ສັນຍາ FTA. ​ແລະ ທີ່​ພິທີ​ເປີດ​ສະຫຼອງ​ນັ້ນ ຈະ​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ ດ້ວຍ​ຫົວ​ຂໍ້ “ໜູນ​ໃຊ້ FTA ສ.ເກົາຫຼີ - ຫວຽດນາມ ​ແລະ ສັນຍາ TPP” ​ເພື່ອ​ແນະນຳ ​ແລະ ຍົກ​ອອກ​ມາດ​ຕະການ​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ, ໜູນ​ໃຊ້​ບັນດາ​ທ່າ​ໄດ້​ປຽບ​ຂອງ​ສັນຍາ​ໃນ​ການ​ແລກປ່ຽນ​ການ​ຄ້າ ​​ໃນໄລ​ຍະ​ຈະ​ມາ​ເຖິງ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top