25/11/2019 09:43 GMT+7 Email Print Like 0

ໂຮງຮຽນ “ຄູອາຈານຜູ້ໃດກໍ່ຮັບລ້ຽງລູກລ້ຽງ”

      ການຊ່ວຍເຫຼືອຂອງບັນດາຄູອາຈານບໍ່ພຽງແຕ່ແມ່ນດ້ານເງິນຄຳ, ວັດຖຸສິ່ງຂອງເທົ່ານັ້ນ, ແຕ່ຍັງແມ່ນຄວາມເອົາໃຈໃສ່, ເບິ່ງແຍງດູແລດ້ວຍນ້ຳໃຈອັນອົບອຸ່ນຂອງບັນດາຜູ້ເປັນພໍ່, ເປັນແມ່ ທີ່ສະຫງວນໃຫ້ລູກຫຼານຂອງຕົນອີກດ້ວຍ.

(ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໂຕເມົ້າ)
      ເພື່ອແນໃສ່ຊ່ວຍເຫຼືອນ້ອງໆນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໄດ້ໄປຮຽນ, ນັບແຕ່ປີ 2016, ເມືອງ ລຸກອຽນ, ແຂວງອຽນບ໊າຍ, ໄດ້ປະຕິບັດບັ້ນຂົນຂວາຍ “ຄູອາຈານແຕ່ລະຄົນຊ່ວຍເຫຼືອນັກຮຽນທ່ີປະສົບກັບຄວາມຫຍຸ້ງຍາກເປັນພິເສດ” ຢູ່ໂຮງຮຽນແຫ່ງຕ່າງໆໃນບໍລິເວນແຂວງ. ຈາກບັ້ນຂົນຂວາຍດັ່ງກ່າວ, ມີນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດມີໂອກາດໄດ້ໄປຮຽນຕື່ມອີກ. ນັກຂ່າວ ດິງຕ໊ວນ ມີບົດຂຽນກ່ຽວກັບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໂຕເມົ້າ, ເຊິ່ງແມ່ນໂຮງຮຽນທີ່ມີເອື້ອຍຄູ, ອ້າຍຄູຜູ້ໃດກໍ່ຮັບລ້ຽງລູກລ້ຽງ.
        ຈູວັນມິງ, ເຊິ່ງແມ່ນນັກຮຽນຊົນເຜົ່າ ຢາວ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ດ້ວຍຄວາມຫວັງຢາກໄປຮ່ຳໄປຮຽນຄືພວກເພື່ອນ, ແຕ່ລະມື້ ມິງ ໄດ້ຍ່າງໄປໂຮງຮຽນ. ບັນດາເອື້ອຍຄູ, ອ້າຍຄູ ແລະ ໝູ່ເພື່ອນນັກຮຽນມັກຈະເຫັນ ມິງ ໄປໂຮງຮຽນໃນສະພາບ “ບໍ່ໃສ່ເກີບ, ບໍ່ມີປື້ມ, ບໍ່ມີກະເປົ່າ ແລະ ບໍ່ຖືກຕາມໂມງເວລາເຂົ້າຫ້ອງ”.
        ໂດຍມີຄວາມຮັກແພງ ມິງ, ເອື້ອຍຄູ ດ່ວານທິຖາວ ໄດ້ຮັບເອົາມິງ ມາເປັນລູກລ້ຽງ, ສະຫງວນຄວາມຮັກໃຫ້ແກ່ມິງ ຄືດັ່ງຜູ້ເປັນແມ່. ເອື້ອຍຄູ ດ່ວານທິຖາວ ໄດ້ເບິ່ງແຍງດູແລນັບແຕ່ການກິນຢູ່, ການນຸ່ງຖື, ການຮ່ຳຮຽນ… ເອື້ອຍຄູ ດ່ວານທິຖາວ, ແບ່ງປັນວ່າ.
        “ຕອນທຳອິດ ມິງ ເປັນຄົນຫົວດື້ຫຼາຍ, ໄປໂຮງຮຽນບາງມື້ກໍ່ມາຊ້າ, ມີບາງມື້ກໍ່ໄປເອງຍ້ອນພໍ່ໄປ 2 – 3 ວັນຈຶ່ງກັບມາເຮືອນ ສະນັ້ນຈຶ່ງບໍ່ມີໃຜໄປສົ່ງ. ເມື່ອເຫັນແນວນັ້ນ, ຂ້າພະເຈົ້າຈຶ່ງສະເໜີກັບໂຮງຮຽນຂໍເປັນຜູ້ອຸປະກະລະມິງ. ຖ້າຫາກວ່າ, ຕອນເຊົ້າບໍ່ເຫັນມິງ ມາໂຮງຮຽນ ຂ້າພະເຈົ້າກໍ່ໄປຮັບຢູ່ເຮືອນ ຫຼື ໂທຫາພໍ່ແມ່ນັກຮຽນທີ່ຢູ່ໃກ້ນັ້ນຊ່ວຍໄປຮັບມິງ ມາໂຮງຮຽນໃຫ້ແດ່. ຊຸມມື້ພໍ່ແມ່ຂອງມິງບໍ່ຢູ່, ຂ້າພະເຈົ້າໄດ້ພາມິງມາຢູ່ກັບຄອບຄົວ. ສຳລັບຄອບຄົວຂອງຂ້າພະເຈົ້າແລ້ວ, ບັນດາສະມາຊິກໃນຄອບຄົວຜູ້ໃດກໍ່ສະໜັບສະໜູນ, ສະນັ້ນຈຶ່ງສ້າງຄວາມສະດວກໃນການຊ່ວຍເຫຼືອມິງ”.
        ຍ້ອນຄວາມຮັກແພງຂອງບັນດາເອື້ອຍຄູ, ອ້າຍຄູໃນໂຮງຮຽນ ແລະ “ແມ່ຖາວ” ທີ່ສະຫງວນໃຫ້ແກ່ມິງ, ມິງໄດ້ເຈື່ອຈານກັບພວກເພື່ອນ ແລະ ມີຜົນງານດີໃນການຮ່ຳຮຽນ. ຈາກຜູ້ທີ່ມີຮູບຮ່າງຈ່ອຍຜອນ, ກໍ່ກ້າຫານ, ບໍ່ທັນຮູ້ຕົວໜັງສື, ມາຮອດປະຈຸບັນໄດ້ຕຸ້ຍພີກວ່າ ແລະ ຮຽນຢູ່ຫ້ອງປໍ 2 ມິງຂຽນ ແລະ ອ່ານໄດ້ຢ່າງລ່ຽນໄຫຼດີ.

(ເອື້ອຍຄູ ນົງທິຖຸຍຮັ່ງ ແລະ ນ້ອງ ຫງວຽນທິເທີມ)
      ກໍ່ປະສົບກັບຄວາມຫຍຸ້ງຍາກເຊັ່ນດຽວກັນ, ໃນສົກຮຽນ 2019 – 2020, ນ້ອງ ຫງວຽນທິເທີມ ມີແນວຄິດປະລະການຮຽນມັດທະຍົມຕອນຕົ້ນ. ໂດຍໄດ້ຮັບການລະດົມກຳລັງໃຈ, ການແບ່ງປັນ ແລະ ເອື້ອຍຄູ ນົງທິຖຸຍຮັ່ງ ຮັບເປັນລູກລ້ຽງ, ເທີມ ຈຶ່ງສືບຕໍ່ໄປໂຮງຮຽນ.
        ສົກຮຽນ 2019 – 2020, ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໂຕເມົ້າ ມີພະນັກງານ, ຄູອາຈານ 33 ຄົນ, ດ້ວຍນັກຮຽນ 487 ຄົນ, ໃນນັ້ນ, ມີນັກຮຽນກວ່າ 160 ຄົນປະສົບກັບຄວາມຫຍຸ້ງຍາກ ແລະ ມີນັກຮຽນປະສົບກັບຄວາມຫຍຸ້ງຍາກເປັນພິເສດ 39 ຄົນ. ພ້ອມກັບການໜູນຊ່ວຍຈາກລັດ, ພະນັກງານ, ຄູອາຈານ 33 ຄົນຂອງໂຮງຮຽນ ໄດ້ຮັບນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດມາເປັນລູກລ້ຽງຢ່າງໜ້ອຍສຸດແມ່ນ 1 ຄົນ, ໄດ້ຊ່ວຍໃຫ້ພວກນ້ອງມີເງື່ອນໄຂໄປຮໍ່າໄປຮຽນ.
        ການຊ່ວຍເຫຼືອຂອງບັນດາຄູອາຈານບໍ່ພຽງແຕ່ແມ່ນດ້ານເງິນຄຳ, ວັດຖຸສິ່ງຂອງເທົ່ານັ້ນ, ແຕ່ຍັງແມ່ນຄວາມເອົາໃຈໃສ່, ເບິ່ງແຍງດູແລດ້ວຍນ້ຳໃຈອັນອົບອຸ່ນຂອງບັນດາຜູ້ເປັນພໍ່, ເປັນແມ່ ທີ່ສະຫງວນໃຫ້ລູກຫຼານຂອງຕົນອີກດ້ວຍ. ອ້າຍຄູ ກຸງອັກຕ໊ຽນ, ຜູ້ອຳນວຍການໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໂຕເມົ້າ, ເມືອງ ລຸກອຽນ, ໃຫ້ຮູ້ວ່າ.
        “ໂດຍເລີ່ມມາຈາກເລື່ອງມີນັກຮຽນບາງນ້ອງທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ນັບແຕ່ສົກຮຽນ 2016 - 2017 ມາທາງໂຮງຮຽນໄດ້ປຸກລະດົມໃຫ້ພະນັກງານ, ຄູອາຈານ, ພາລະກອນຂອງໂຮງຮຽນທຸກໆຄົນວ່າ ແຕ່ລະຄົນຈະຕ້ອງຮັບຊ່ວຍເຫຼືອນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດແຕ່ 1 ຫາ 2 ຄົນ. ວຽກງານນັ້ນໄດ້ຮັບຜົນບາງຢ່າງນັ້ນແມ່ນ: ອັດຕານັກຮຽນປະລະການຮ່ຳຮຽນໄດ້ຫຼຸດລົງ, ຄຸນນະພາບຂອງນັກຮຽນເພີ່ມຂຶ້ນໃນແຕ່ລະສົກຮຽນ. ພິເສດ, ບັນດານັກຮຽນທີ່ໄດ້ຮັບການຊ່ວຍເຫຼືອຈາກຄູອາຈານ ມີຄວາມໄວ້ເນື້ອເຊື່ອໃຈ, ບໍ່ເປັນປົມດ້ອຍຕໍ່ຕົນເອງອີກຕໍ່ໄປ; ຜົນການຮ່ຳຮຽນຂອງພວກນ້ອງກໍ່ໄດ້ຮັບການຍົກສູງຂຶ້ນ. ຮູບແບບນີ້ແມ່ນດີທີ່ສຸດ, ທາງໂຮງຮຽນຈະສືບຕໍ່ປະຕິບັດໃນສົກຮຽນຕໍ່ໆໄປ”.
        ທ່ານນາງ ຫງວຽນທິເຮືອງ, ຮອງຫົວໜ້າຫ້ອງການສຶກສາ - ບຳລຸງສ້າງເມືອງລຸກອຽນ, ແຂວງອຽນບ໊າຍ, ໃຫ້ຮູ້ວ່າ: ເພື່ອຊ່ວຍເຫຼືອພວກນ້ອງນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເຫຼົ່ານັ້ນ, ຫ້ອງການໄດ້ປຸກລະດົມບັ້ນຂົນຂວາຍ “ຄູອາຈານແຕ່ລະຄົນຊ່ວຍເຫຼືອນັກຮຽນທ່ີປະສົບກັບຄວາມຫຍຸ້ງຍາກເປັນພິເສດ” ໃຫ້ແກ່ໂຮງຮຽນແຫ່ງຕ່າງໆໃນບໍລິເວນແຂວງ.
        “ຢູ່ໂຮງຮຽນບາງແຫ່ງແມ່ນໝູ່ຄະນະຮັບລ້ຽງລູກລ້ຽງ, ບາງແຫ່ງແມ່ນເອື້ອຍຄູ, ອ້າຍຄູເປັນຜູ້ຮັບລ້ຽງ, ຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈເພື່ອໃຫ້ພວກນ້ອງມີເງື່ອນໄຂດີທີ່ສຸດເມື່ອໄປໂຮງຮຽນ. ມາຮອດຈຸດເວລານີ້, ຂະບວນການດັ່ງກ່າວໄດ້ຮັບການທະວີຄູນຂຶ້ນ ແລະ ໂຮງຮຽນແຫ່ງຕ່າງໆກໍ່ໄດ້ປະຕິບັດວຽກງານນີ້ເປັນຢ່າງດີ, ເປັນແບບຢ່າງຫຼາຍຄົນ”.
        ນ້ຳໃຈແຫ່ງຄວາມເມດຕາປານີຂອງບັນດາຄູອາຈານ, ມີນັກຮຽນປະສົບກັບຄວາມຫຍຸ້ງຍາກເປັນພິເສດຫຼາຍຄົນຢູ່ ໂຕເມົ້າ ເວົ້າສະເພາະ, ເມືອງ ລຸກອຽນ, ແຂວງອຽນບ໊າຍ ເວົ້າລວມ ໄດ້ຫຼຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ, ມີມະນະຈິດບືນຕົວຂຶ້ນໃນການຮ່ຳຮຽນ. ນີ້ແມ່ນຮູບແບບທີ່ຄວນໄດ້ຮັບການທະວີຄູນເພື່ອຊ່ວຍເຫຼືອນັກຮຽນທຸກຍາກມີໂອກາດໄດ້ໄປໂຮງຮຽນ.
 (ແຫຼ່ງຄັດຈາກ VOV)