• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລ​ກລະ​ບາດ Covid – 19: 18 ມື້​ແລ້ວທີ່​ຫວຽດ​ນາມ​ບໍ່​ກວດ​ພົບ​ຜູ້​ຕິດ​ເຊື້​ອ​ພະ​ຍາດ​ໃໝ່ໃນ​ຊຸມ​ຊົນ

ຕາມການລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 19 ກັນຍາ ຫາ ເວລາ 6 ໂມງຂອງວັນທີ 20 ກັນຍາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ຕື່ມອີກ.

ພາບປະກອບ: ສາທາລະນະສຸກ

ດັ່ງນັ້ນ, ແມ່ນໄດ້ 18 ມື້ແລ້ວ ທີ່ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໃໝ່ໃນຊຸມຊົນ. ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດສະສົມທັງໝົດແມ່ນ 1068 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີ 942 ຄົນ ໃນນັ້ນມີ ຜູ້ເສຍຊີວິດ 35 ຄົນ.

    ແລະກໍ່ໃນລະຫວ່າງວັນທີ 19 – 20 ກັນຍາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ປະຈຳ ອາເມລິກາ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອາເມລິກາ ນຳສົ່ງພົນລະເມືອງຫວຽດນາມ 340 ຄົນກັບມາປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນ ເວິນດົນ (ກ໋ວາງນິງ), ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top