18/12/2021 13:05 GMT+7 Email Print Like 0

ໂລກ​ລະ​ບາດ​ ໂຄວິດ19-ການ​ຮັບ​ມື​ຢ່າງ​ມີ​ໄຫວ​ພິບ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ

ພາຍຫຼັງໂລກລະບາດໂຄວິດ 19 ໄດ້ເກີດຂຶ້ນເປັນເວລາກ່ວາ 2 ປີ, ມາຮອດປະຈຸບັນໄດ້ແຜ່ລາມ ແລະ ເກີດຂຶ້ນຢູ່ເກືອບທຸກປະເທດໃນໂລກ. ບໍ່ພຽງແຕ່ໄດ້ເຮັດໃຫ້ນັບພັນຄົນເສຍຊີວິດໃນແຕ່ລະມື້ເທົ່ານັ້ນ, ໂລກລະບາດຍັງສົ່ງຜົນກະທົບຢ່າງແຮງຕໍ່ ທຸກດ້ານໃນຊີວິດສັງຄົມ ຂອງບັນດາປະເທດອີກດ້ວຍ ຊື່ງໄດ້ກໍ່ໃຫ້ເກີດວິກິດການເສດຖະກິດ-ສັງຄົມທີ່ໜັກໜ່ວງແບບບໍ່ເຄີຍມີມາກ່ອນ ໃນຂອບເຂດທົ່ວໂລກ.
ຕົວເລກສະຖິຕິໃນເວັບໄຊ worldometer.info ຮອດກາງເດືອນທັນວາປີ 2021 ໃຫ້ເຫັນວ່າ, ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ 5.2 ລ້ານຄົນເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອພະຍາດທັງໝົດໃນທົ່ວໂລກກ່ວາ 272 ລ້ານຄົນ. ເປັນອັນວ່າ 2 ປີຜ່ານມາ, ຖ້າສະເລ່ຍໃນແຕ່ລະມື້ ແມ່ນມີກ່ວາ 7300 ຄົນເສຍຊີວິດອົງການອະນາໄມໂລກ (WHO)  ໄດ້ປະກາດວ່າ ແມ່ນໂລກລະບາດທົ່ວໂລກເມື່ອວັນທີ 11 ມີນາປີ 2020. ບໍ່ພຽງແຕ່ເທົ່ານັ້ນ, ໂລກລະບາດໂຄວິດ 19 ຍັງກໍ່ໃຫ້ເກີດສະພາບວິກິດການຢ່າງຮ້າຍແຮງໃນບັນດາຂົງເຂດ, ໄດ້ກໍ່ຜົນຮ້າຍຕາມມາຢ່າງໜັກໜ່ວງ.
ການປິ່ນປົ່ວໃຫ້ແກ່ຄົນເຈັບຕິດເຊື້ອພະຍາດໂຄວິດ -19  ຢູ່ ອັງກິດ (ພາບ: TTXVN)

ປະເຊີນໜ້າກັບວິກິດການເສດຖະກິດ ແລະ ສຸຂະພາບທົ່ວໂລກ

    ໂລກລະບາດແມ່ນປັດໄຈໂດຍກົງ ທີ່ກໍ່ໃຫ້ເກີດວິກິດການດ້ານການເງິນຢ່າງຮ້າຍແຮງ ດ້ວຍຜົນເສຍຫາຍຄາດວ່າ ຂຶ້ນເຖິງຫຼາຍພັນຕື້ໂດລາສະຫະລັດ. ບັນດາປະເທດເກືອບທັງໝົດ ຕ້ອງຍົກອອກບັນດາບ້ວງເງິນກະຕຸກຊຸກຍູ້ເສດຖະກິດດ້ວຍຂອບຂະໜາດໃຫຍ່ແບບບໍ່ເຄີຍມີມາກ່ອນ ເພື່ອຮັບມືກັບວິກິດການ. ໃນຂະນະນັ້ນ, ການເຄື່ອນໄຫວດ້ານການທ່ອງທ່ຽວເກືອບຄືວ່າ ຖືກຢຸດສະງັກໃນໄລຍະຍາວ, ລະບົບສະໜອງສິນຄ້າໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ຖືກຂາດວັກຂາດຕອນຢ່າງລຽນຕິດ. ບໍ່ພຽງແຕ່ເທົ່ານັ້ນ, ການເຄື່ອນໄຫວຜະລິດຢູ່ຫຼາຍປະເທດຖືກຫລຸດລົງຢ່າງແຮງ ຊື່ງໄດ້ເຮັດໃຫ້ຈຳນວນຜູ້ຫວ່າງງານເພີ່ມຂຶ້ນສູງ. ສະພາບການເຮັດວຽກທາງລະບົບສາທາລະນະສຸກເກີນຄວາມສາມາດ ສືບຕໍ່ເກີດຂຶ້ນຢູ່ນັບສິບປະເທດໃນທົ່ວໂລກ, ໃນນັ້ນ ມີຫຼາຍປະເທດພັດທະນາ. ການເຄື່ອນໄຫວດ້ານການສຶກສາຢູ່ປະເທດທີ່ເກີດໂລກລະບາດເກີດຖືກຕ່າວປີ້ນ, ນັກຮຽນນັບຮ້ອຍລ້ານຄົນບໍ່ສາມາດໄປໂຮງຮຽນໄດ້ໃນເວລາຍາວນານ.

    ບໍ່ພຽງແຕ່ເທົ່ານັ້ນ, ໂລກລະບາດໂຄວິດ 19 ຍັງໄດ້ສົ່ງຜົນກະທົບຢ່າງແຮງ ຕໍ່ໂຄງປະກອບການພົວພັນສາກົນ. ໃນນັ້ນ, ການໂຕ້ຖຽງກັນກ່ຽວຂ້ອງເຖິງບັນຫາສືບສວນຕົ້ນກຳເນີດຂອງໂລກລະບາດ ສືບຕໍ່ເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງປະເທດມະຫາອຳນາດເສດຖະກິດໃຫ່ຍກ່ວາໝູ່ໃນໂລກ ແມ່ນ ອາເມລິກາ ແລະ ຈີນ ເພີ່ມຂຶ້ນແຮງ. ການໂຕ້ຖຽງກັນຢ່າງຮ້າຍແຮງລະຫວ່າງບັນດາປະເທດ ກ່ຽວກັບມາດຕະການປ້ອງກັນ ຕ້ານໂລກລະບາດ ກໍ່ໄດ້ເກີດຂຶ້ນຢ່າງລຽນຕິດ, ພິເສດແມ່ນໄລຍະເວລາທ້າຍປີ 2021 ເມື່ອໄວຣັດສາຍພັນ Omicron ເກີດຂຶ້ນ.

   ໜ້າວິຕົກກັງວົນກ່ວາ ນັ້ນແມ່ນ, ໂລກລະບາດພວມວາງອອກບັນດາສິ່ງທ້າທາຍອັນໜັກໜ່ວງ ສຳລັບເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ ກໍ່ຄືວິວັດທະນະການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ເລື່ອງໂລກລະບາດ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງ ຢູ່ຫຼາຍປະເທດຮັ່ງມີກ່ວາໝູ່, ຢືນອັນດັບໜຶ່ງຄື ອາເມລິກາ, ສະແດງໃຫ້ເຫັນວ່າ ຄວາມຮັ່ງມີດ້ານເສດຖະກິດ, ຊັບສິນ ບໍ່ແມ່ນພື້ນຖານຢ່າງພຽງພໍ ເພື່ອຮັບປະກັນການພັດທະນາແບບຍືນຍົງໄດ້, ຫາກບັນດາປັດໄຈດ້ານຄວາມໝັ້ນຄົງກ່ຽວກັບມະນຸດ, ຄວາມໝັ້ນຄົງທາງສັງຄົມ, ຄວາມໝັ້ນຄົງທາງຊີວະພາບ ນັບມື້ນັບຈະມີຄວາມໝາຍກ່ວາອີກ ສຳລັບການພັດທະນາແບບຍືນຍົງ.

ໃນຂະນະນັ້ນ, ເຖິງວ່າຂະບວນວິວັດຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ ຍັງໄດ້ຮັບການຢືນຢັນວ່າ ແມ່ນທ່າອ່ຽງບໍ່ສາມາດຕ່າວປິ້ນໄດ້, ແຕ່ກໍພວມປະສົບກັບສິ່ງທ້າທາຍທີ່ໃຫຍ່ຫຼວງ. ໜຶ່ງໃນບັນດາຕົວຢ່າງທີ່ຈະແຈ້ງທີ່ສຸດແມ່ນສະພາບຂາດຄວາມຍຸຕິທຳຢ່າງຮ້າຍແຮງກ່ຽວກັບວັກຊິນ. ຕາມນັ້ນແລ້ວ, ໃນຂະນະທີ່ຢູ່ ອາຟະລິກາ ຫາກໍມີ ພຽງປະຊາກອນ 7,5% ໄດ້ສັກວັກຊິນຄົບຈຳນວນ ດ້ວຍອັດຕາສະເລ່ຍແມ່ນ ປະຊາກອນ 100 ຄົນໃດ ໄດ້ຮັບວັກຊິນພຽງແຕ່ 17,9 ເຂັມ, ສ່ວນຢູ່ ເອີຣົບ ແມ່ນ 130 ເຂັມ ແລະ ຢູ່ ອາເມລິກາ ແມ່ນ 141 ເຂັມ.  ບັນດາປະເທດຮັ່ງມີກວມເອົາ 16% ປະຊາກອນຂອງໂລກ ແຕ່ໄດ້ຊື້ວັກຊິນເຖິງ 89% ແຫຼ່ງສະໜອງວັກຊິນຂອງທົ່ວໂລກ, ຍິ່ງໄປກວ່ານັ້ນ ມີບາງປະເທດຍັງຊື້ໄດ້ຫຼາຍກວ່າເມື່ອທຽບໃສ່ຈຳນວນປະຊາກອນຂອງຕົນ. ນີ້ແມ່ນສະພາບການເກີດຂຶ້ນຕົວຈິງເຊິ່ງ ທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreysus ໄດ້ພັນລະນາກ່ຽວກັບ “ການຂາດຄວາມຍຸຕິທຳຢ່າງຮ້າຍແຮງ”.

ບົດລາຍງານຂອງອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ປະກາດໃນວັນທີ 27 ກັນຍາ 2021 ໄດ້ຕີລາຄາວ່າ ໂລກລະບາດໂຄວິດ - 19 ແມ່ນສິ່ງທ້າທາຍເສດຖະກິດທີ່ຮ້າຍແຮງທີ່ສຸດ, ຊ້ຳບໍ່ໜຳຍັງຮ້າຍແຮງກວ່າວິກິດການດ້ານການເງິນທົ່ວໂລກ ເມື່ອປີ 2008 – 2009 ຕື່ມອີກ. ໃນຂະນະນັ້ນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ໂລກພວມປະເຊີນໜ້າກັບວິກິດການເສດຖະກິດ ແລະ ສຸຂະພາບໃນຂອບເຂດທົ່ວໂລກທີ່ຮ້າຍແຮງທີ່ສຸດໃນຮອບເວລາ 90 ປີ ມານີ້.
 

ຮັບມືຢ່າງຄ່ອງຕົວ, ມີໄຫວພິບ, ເພີ່ມທະວີການຮ່ວມມືສາກົນ

        ອົງການ WHO ພ້ອມດ້ວຍນັກຊ່ຽວຊານກ່ຽວກັບພະຍາດລະບາດວິທະຍາແຖວໜ້າໂລກຫຼາຍຄົນ ໄດ້ກ່າວເຕືອນວ່າ ໂລກລະບາດໂຄວິດ - 19 ບໍ່ອາດສິ້ນສຸດໃນໄວໆນີ້. ເພາະສະນັ້ນ, ປະຊາຊົນໃນໂລກ ບໍ່ມີທາງເລືອກອື່ນ ນອກເໜືອຈາກການຮັບມື, ດຳລົງຊີວິດຢູ່ຮ່ວມກັບໂລກລະບາດຢ່າງປອດໄພ. ຕາມນັ້ນແລ້ວ, ການສັກວັກຊິນຢ່າງທົ່ວເຖິງ ຄວນໄດ້ຮັບການຊຸກຍູ້ຕໍ່ໄປ ເພາະວ່າ ວັກຊິນ ຍັງໄດ້ພິສູດວ່າ ສາມາດເສີມຂະຫຍາຍປະສິດທິຜົນສຳລັບເຊື້ອໄວຣຸດສາຍພັນໃໝ່ທຸກຊະນິດທີ່ໄດ້ກວດພົບ, ຊ່ວຍຫຼຸດອາການເຈັບໜັກ ແລະ ເສຍຊີວິດໄດ້ຫຼາຍພໍສົມຄວນ. ພ້ອມດຽວກັນນັ້ນ ກໍຕ້ອງສືບຕໍ່ປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດຄື ໃສ່ຜ້າອັດປາກ-ອັດດັງ, ສີດຢາຂ້າເຊື້ອ, ຮັກສາໄລຍະຫ່າງ ເຫຼົ່ານີ້ເປັນຕົ້ນ.

ເຖິງຢ່າງໃດກໍ່ຕາມ, ນັ້ນຫາກໍ່ເປັນພຽງແຕ່ເງື່ອນໄຂທີ່ຕ້ອງການເທົ່ານັ້ນ. ເງື່ອນໄຂຄົບຖ້ວນເພື່ອຄວບຄຸມໂລກລະບາດ ໂຄວິດ - 19 ໃຫ້ໄດ້ນັ້ນແມ່ນການສົມທົບ ແລະ ການຮ່ວມມືສາກົນ. ສະພາບການຕົວຈິງຂອງໂລກລະບາດ ໂຄວິດ - 19 ໃນກວ່າ 2 ປີທີ່ຜ່ານມາໄດ້ໃຫ້ເຫັນວ່າ, ບໍ່ມີປະເທດ ຫຼື ພາກພື້ນໃດສາມາດຄວບຄຸມໂລກລະບາດໄດ້ພຽງລຳພັງ ແຕ່ຍັງສາມາດຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການເປີດປະຕູປະເທດ, ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ຫຼືເວົ້າແນວອື່ນ, ໂລກລະບາດໂຄວິດ - 19 ພຽງແຕ່ສາມາດຄວບຄຸມໄດ້ຜ່ານການຮ່ວມມືສາກົນຢ່າງກ້ວາງຂວາງ, ແທດຈິງ ແລະ ມີປະສິດທິຜົນ. ໃນນັ້ນ, ຕ້ອງແກ້ໄຂສະພາບການຂາດຄວາມສະເໝີພາບດ້ານວັກຊິນໂດຍໄວ, ດ້ວຍການແບ່ງປັນ ແລະ ປະຕິບັດການຖ່າຍທອດເຕັກໂນໂລຊີ້ໃນການຜະລິດວັກຊິນ.

(ແຫຼ່ງຄັດຈາກ VOV)