• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 4,2 ລ້ານຄົນ

      - ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 1 ໂມງຂອງວັນທີ 2 ສິງຫາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 199 ລ້ານຄົນ, ໃນນັ້ນ ມີ ຫຼາຍກວ່າ 4,2 ລ້ານຄົນ ເສຍຊີວິດ, ໃນນັ້ນ ມີເກືອບ 180 ລ້ານຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ. ໃນເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 463.095 ຄົນ ແລະ ມີ 7.244 ຄົນ ເສຍຊີວິດ.
ສະຖານທີ່ສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ປາຣີ (ພາບ: NYT)
      ການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19  ພວມລະເບີດຄືນໃໝ່ຢູ່ຫຼາຍປະເທດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອລາຍໃໝ່ພາຍໃນວັນເພີ່ມຂຶ້ນຢ່າງວ່ອງໄວ ເມື່ອທຽບໃສ່ໄລຍະກ່ອນນີ້ 1 ເດືອນ. ໄວຣັດສາຍພັນ Delta  ເຊິ່ງກວດພົບຄັ້ງທຳອິດ ຢູ່ ອິນເດຍ ດ້ວຍລະດັບການແຜ່ເຊື້ອຢ່າງໄວວາໄດ້ຮັບຖືວ່າ ແມ່ນສາຍເຫດຕົ້ນຕໍພາໄປເຖິງການແຜ່ລະບາດຮອບໃໝ່ນີ້.     
     ສ່ວນຢູ່ຫວຽດນາມ, ຕາມຂ່າວພາກແລງ ວັນທີ 2 ສິງຫາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 6 ໂມງ ຫາ 18 ໂມງຂອງວັນທີ 2 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 4.254 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 2.267 ຄົນ.
 ເປັນອັນວ່າ ໃນ 24 ຊົວໂມງທີ່ຜ່ານມາ,  ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ ຕື່ມອີກ 7.455 ຄົນ.   ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 161.761 ຄົນ, ໃນນັ້ນ ມີ 2.272  ຄົນ ມາຈາກຕ່າງປະເທດ ແລະ 159.489 ຄົນຕິດເຊື້ອພະຍາດຢູ່ພາຍໃນປະເທດ.
(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top