• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼາຍກວ່າ 3,1 ລ້ານຄົນ

      ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ເມື່ອມີ 587.440 ກໍລະນີເສຍຊີວິດ ໃນຈຳນວນ 32.929.126 ກໍລະນີ ຕິດເຊື້ອ. 
ອິນເດຍ ສີດຢາຂ້າເຊື້ອ ໃນວັນທີ 26 ເມສາ (ພາບ: TTXVN)
      ໄລ່ຮອດຕອນເຊົ້າວັນທີ 29 ເມສາ, ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 150 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,1 ລ້ານຄົນ ຖືກເສຍຊີວິດ. ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ເມື່ອມີ 587.440 ກໍລະນີເສຍຊີວິດ ໃນຈຳນວນ 32.929.126 ກໍລະນີ ຕິດເຊື້ອ. ຖັດຈາກນັ້ນ ແມ່ນ ອິນເດຍ ດ້ວຍ 202.023 ກໍລະນີເສຍຊີວິດ, ໃນຈຳນວນ 18.147.200 ກໍລະນີຕິດເຊື້ອ. ແຕ່ໃນຊຸມວັນຜ່ານມາ ອິນເດຍ ໄດ້ກາຍເປັນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ - 19 ເມື່ອສືບຕໍ່ຢັ້ງຢືນຈຳນວນຜູ້ຕິດເຊື້ອໃໝ່ ແລະ ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຢູ່ໃນລະດັບສະຖິຕິ. ອົງການອະນາໄມໂລກ ໃຫ້ຮູ້ວ່າ ໄວຣັດກາຍພັນໃໝ່ຢູ່ ອິນເດຍ ໄດ້ແຜ່ລາມອອກສູ່ 17 ປະເທດໃນໂລກ ແລະ ໄດ້ຮັບຖືວ່າ ອາດຈະແຜ່ລາມຢ່າງວ່ອງໄວ.
        ຢູ່ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໂລກລະບາດພວມມີທ່າອ່ຽງແຜ່ລາມຢູ່ບັນດານະຄອນໃຫຍ່. ໄລ່ຮອດວັນທີ 28 ເມສາ, ລາວ ໄດ້ຢັ້ງຢືນມີຈຳນວນຜູ້ຕິດເຊື້ອສະສົມ 604 ກໍລະນີ, ໃນນັ້ນ ມີເຖິງ 555 ກໍລະນີ ໄດ້ກວດພົບໃນເດືອນ ເມສາ ແລະ ສ່ວນຫຼາຍແມ່ນບັນດາກໍລະນີຕິດເຊື້ອໃນຊຸມຊົນ.
        ກະຊວງສາທາລະນະສຸກ ກຳປູເຈຍ ໃຫ້ຮູ້ວ່າ ໄດ້ກວດພົບ 698 ກໍລະນີຕິດເຊື້ອໃໝ່, ໄລ່ຮອດວັນທີ 28 ເມສາ, ຈຳນວນຜູ້ຕິດເຊື້ອສະສົມຢູ່ປະເທດນີ້ແມ່ນ 11.761 ກໍລະນີ, ມີ 4.198 ກໍລະນີໄດ້ຮັບການປິ່ນປົວຫາຍດີ ແລະ 88 ກໍລະນີ ເສຍຊີວິດ. 
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top