
(ພາບ: THX/TTXVN)
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານາທິບໍດີອິນໂດເນເຊຍ Joko Widodo. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານປະທານສະພາປຶກສາການເມືອງປະຊາຊົນອິນໂດເນເຊຍ Zulkifli Hasan. ແລະ ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ Retno Marsudi.
(ແຫຼ່ງຄັດຈາກ VOV)