ວັນທີ 21 ທັນວາ, ຢູ່ນະຄອນເຫວ້, ຄະນະສາສະໜາລັດຖະບານ, ກະຊວງພາຍໃນຫວຽດນາມ ໄດ້ສົມທົບກັບຄະນະກໍາມະການສູນກາງແນວລາວສ້າງຊາດ ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາ ລະຫວ່າງບັນດາແຂວງເຂດຊາຍແດນ ຫວຽດນາມ - ລາວ. ທ່ານຫວູຈ໊ຽນທັ໊ງ ຫົວໜ້າຄະນະສາສະໜາລັດຖະບານ, ທ່ານ ຫງວຽນຈ້ອງເທື່ອ ຮອງລັດຖະມົນຕີກະຊວງພາຍໃນຫວຽດນາມ ແລະ ທ່ານ ຄໍາໄບ ດໍາລັດ ຮອງປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ເປັນປະທານຮ່ວມກອງປະຊຸມ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາແຂວງເຂດຊາຍແດນ ລະຫວ່າງ ສອງປະເທດ ຫວຽດນາມ - ລາວ ເປັນຈໍານວນຫຼວງຫຼາຍ.

ທ່ານຫວູຈ໊ຽນທັ໊ງ ຫົວໜ້າຄະນະສາສະໜາລັດຖະບານ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:TTXVN)
(ແຫຼ່ງຄັດຈາກ VOV)