• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແງ່ຫວັງການສົ່ງອອກຳສິນໃນນ້ຳຂອງຫວຽດນາມ

      ວົງເງິນສົ່ງອອກສິນທະເລປະເພດຕ່າງໆຂອງ ຫວຽດນາມ ບັນລຸ 1.6 ຕື້ USD ເພີ່ມຂຶ້ນທົບ 16% ເມື່ອທຽບກັບໄລຍະດຽວກັນຂອງປີ2020.
ປຸງແຕ່ງປາຈາເພື່ອສົ່ງອອກຢູ່ບໍລິສັດຫຸ້ນສ່ວນນຳເຂົ້າສົ່ງອອກສິນໃນນ້ຳ ເກີນເທີ (ພາບ: TTXVN)
      ຍ້ອນການຟື້ນຟູຄວາມຕ້ອງການໃຊ້ສອຍ ຢູ່ບັນດາຕະຫຼາດສິນໃນນ້ຳໃຫ່ຍຂອງຫວຽດນາມ ຄື: ອາເມລິກາ, ສະຫະພາບເອີລົບ (EU)  ແລະ ບັນດາຕະຫຼາດທີ່ມີຄວາມສາມາດບົມຊ້ອນອື່ນໆ, ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນເດືອນມິຖຸນາປີ 2021 ໄດ້ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ, ອັນໄດ້ເຮັດໃຫ້ວົງເງິນສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີບັນລຸ 4.1 ຕື້ USD. ໄລ່ຮອດທ້າຍເດືອນມິຖຸນາປີ 2021, ວົງເງິນສົ່ງອອກສິນທະເລປະເພດຕ່າງໆຂອງ ຫວຽດນາມ ບັນລຸ 1.6 ຕື້ USD ເພີ່ມຂຶ້ນທົບ 16% ເມື່ອທຽບກັບໄລຍະດຽວກັນຂອງປີ2020, ນີ້ແມ່ນພື້ນຖານທີ່ດີ ເພື່ອຂະແໜງປຸງແຕ່ງ, ສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໃນປີ 2021 ສາມາດບັນລຸໄດ້ມູນຄ່າ 9 ຕື້ USD.
ປາຈາ ພວມຂາຍດີຢູ່ຕະຫຼາດ ອາເມລິກາ, ເອີລົບ, ຈີນ ແລະ ຕະຫຼາດແຫ່ງອື່ນໆ. ໃນນັ້ນຕະຫຼາດ ຈີນ ພວມກວມອັດຕາສ່ວນ 26% ການສົ່ງອອກປາຈາຂອງ ຫວຽດນາມ, ນອກຈາກນັ້ນແລ້ວ, ສິນທະເລປະເພດຕ່າງໆ ຂອງ ຫວຽດນາມ ກໍປະກອບສ່ວນຢ່າງຕັ້ງໜ້າ ຊ່ວຍໃຫ້ວົງເງິນສົ່ງອອກບັນລຸ 4.1 ຕື້ USD. ໃນ 6 ເດືອນຕົ້ນປີ 2021.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top