• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸກ່ວາ 6,7 ລ້ານເທື່ອຄົນ

      ຕາມຕົວເລກສະຖິຕິຢ່າງເປັນທາງການ ໂດຍກົມໃຫຍ່ສະຖິຕິປະກາດໃນວັນທີ 29 ພຶດສະພາ ໃຫ້ເຫັນວ່າ:

(ພາບປະກອບ)
      ແຂກທ່ອງທ່ຽວມາ ຫວຽດນາມ ໃນເດືອນພຶດສະພາ 2018 ຄາດວ່າບັນລຸໄດ້ 1,16 ລ້ານເທື່ອຄົນ. ມາຮອດທ້າຍເດືອນ ພຶດສະພາ 2018, ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ຄາດວ່າບັນລຸກ່ວາ 6,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 27,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ໃນ 5 ເດືອນຕົ້ນປີນີ້, ແຂກທ່ອງທ່ຽວທີ່ມາຈາກ ອາຊີ ບັນລຸກ່ວາ 5 ລ້ານເທື່ອຄົນ, ເພີ່ມຂຶ້ນກ່ວາ 33% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ແຂກທ່ອງທ່ຽວທີ່ມາຈາກ ເອີຣົບ ຄາດວ່າຈະເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017, ໃນນັ້ນ ແຂກທ່ອງທ່ຽວມາຈາກສະຫະພັນ ລັດເຊຍ ເພີ່ມຂຶ້ນກ່ວາ 9%, ຝະຣັ່ງ ເພີ່ມຂຶ້ນ 13%, ລາຊະອານາຈັກ ອັງກິດ ເພີ່ມຂຶ້ນ 9%, ເຢຍລະມັນ ເພີ່ມຂຶ້ນ 8,5%...
 (ແຫຼ່ງຄັດຈາກ VOV)

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ວັນ​ທີ 02 ມິ​ຖຸ​ນາ, ທ່ານ Yury Ushakov ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ແທນ​ປະ​ມານ 20.000 ທ່ານ ທີ່​ມາ​ຈາກກວ່າ 100 ປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 03 ຫາ​ວັນ​ທີ 06 ມິ​ຖຸ​ນາ.

Top