• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂກທ່ອງທ່ຽວກ່ວາ 4 ລ້ານເທື່ອຄົນເຂົ້າຮ່ວມງານບຸນວັດທະນະທຳໂລກ ນະຄອນ ໂຮ່ຈີມິນ - Gyeongju 2017

      ງານບຸນດັ່ງກ່າວໄດ້ດຶງດູດ 32 ປະເທດໃນໂລກເຂົ້າຮ່ວມລາຍການສະແດງສິລະປະ, ງານວາງສະແດງ, ສາຍຮູບເງົາ…
ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທ່ງຟອງ ແລະ ເຈົ້າແຂວງແຂວງ Gyeongsanbuk Kom Kwan Yong ຮັບບົດ

ບັນທຶກຊ່ວຍຈຳຮ່ວມມືລະຫວ່າງ 2 ນະຄອນ  
(ພາບ: Thùy Dung/VOV)
      ພາຍຫຼັງດຳເນີນຢ່າງຟົດຟື້ນມາເປັນເວລາ 23 ວັນ ດ້ວຍບັນດາລາຍການພົບປະແລກປ່ຽນວັດທະນະທຳ, ເສດຖະກິດ ການຄ້າ, ງານບຸນ ວັດທະນະທຳໂລກນະຄອນໂຮ່ຈີມິນ - Gyeongju 2017 ໄດ້ອັດລົງໃນຕອນຄ່ຳວັນທີ 3 ທັນວາ ດ້ວຍການເຂົ້າຮ່ວມຂອງແຂກພາຍໃນ ແລະ ຕ່າງປະເທດກ່ວາ 4 ລ້ານເທື່ອຄົນ. ງານບຸນດັ່ງກ່າວໄດ້ດຶງດູດ 32 ປະເທດໃນໂລກເຂົ້າຮ່ວມລາຍການສະແດງສິລະປະ, ງານວາງສະແດງ, ສາຍຮູບເງົາ… ດ້ວຍກ່ວາ 30 ລາຍການທີ່ໄດ້ຮັບການລົງທຶນຢ່າງຮຽບຮ້ອຍ. ເອື້ອຍ ເຈີ່ນໜືທ໋າຍຍີ, ເຊິ່ງແມ່ນສະມາຊິກຜູ້ໜຶ່ງຂອງຄະນະຈັດຕັ້ງງານບຸນ, ໃຫ້ຮູ້ວ່າ:
        “ບໍ່ພຽງແຕ່ມີແຂກທ່ອງທ່ຽວ ຫວຽດນາມ ເທົ່ານັ້ນ ຫາກຍັງມີແຂກທ່ອງທ່ຽວຊາວ ເກົາຫຼີ ເປັນຈຳນວນຫຼວງຫຼາຍ ແລະ ພິເສດແມ່ນມີແຂກທ່ອງທ່ຽວຊາວຝຣັ່ງ, ສິງກະໂປ, ມາເລເຊຍ, ເຂົາເຈົ້າມາແຫ່ງນີ້ເພື່ອຢ້ຽມຊົມ ແລະ ຢາກຊອກຮູ້ກ່ຽວກັບປະຫວັດສາດລະຫວ່າງ ສ. ເກົາຫຼີ ແລະ ຫວຽດນາມ. ງານບຸນນີ້ມີຜົນປະໂຫຍດທີ່ສຸດກ່ຽວກັບການແຜ່ຂະຫຍາຍວັດທະນະທຳ, ປະຫວັດສາດລະຫວ່າງ 2 ປະເທດ, ນຳເອົາຄວາມຮູ້ຫຼາຍຢ່າງມາໃຫ້ທຸກຄົນ.”
 (ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top