30/04/2021 09:26 GMT+7 Email Print Like 0

ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແມ່ນວຽກງານໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ

      ລະດູບານໃໝ່ປີ 1975, ສົງຄາມທີ່ແກ່ຍາວທີ່ສຸດໃນປະຫວັດສາດ ອາເມລິກາ ໂດຍກອງທັບ ອາເມລິກາ ເຮັດສົງຄາມຢູ່ ຫວຽດນາມ ໄດ້ສິ້ນສຸດລົງຢ່າງສິ້ນເຊີງ ດ້ວຍບັ້ນຮົບ ໂຮ່ຈີມິນ ແຫ່ງປະຫວັດສາດ. ພາຍຫຼັງ 46 ປີ ນັບແຕ່ລະດູບານໃໝ່ປີນັ້ນເປັນຕົ້ນມາ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໄດ້ມີການຫັນປ່ຽນຫຼາຍຢ່າງ, ຈາກການພົວພັນທີ່ສູ້ຢັນກັນປ່ຽນມາສົນທະນາກັນ ແລ້ວກາຍເປັນສາຍພົວພັນແບບເພື່ອນມິດ, ເປັນຄູ່ຮ່ວມມືຂອງກັນ ແລະ ພັດທະນາກາຍເປັນສາຍພົວພັນຄູ່ຮ່ວມມືຮອບດ້ານ. ເພື່ອບັນລຸໄດ້ຜົນງານດັ່ງກ່າວ ກໍຍ້ອນວ່າ ທັງສອງຝ່າຍໄດ້ພ້ອມກັນມານະພະຍາຍາມແກ້ໄຂຄວາມຄຽດແຄ້ນບາດໝາງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ບົນເນື້ອໃນຈິດໃຈສ້າງສັນ.
 
      ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຍາມໃດກໍແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິເມື່ອປີ 1995. ທັງສອງຝ່າຍຕ່າງກໍໃຫ້ຄຳໝັ້ນສັນຍາ ຮ່ວມມືກັນປະຕິບັດພັນທະມະນຸດສະທຳ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີຄວາມຮັບຜິດຊອບ, ຖືນີ້ແມ່ນແຫຼ່ງກຳລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ.
ທ່ານພົນໂທ ຫງວຽນຈີ໊ຫວີ້ງ ແລະ ທ່ານອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Ted Osius (ພາບ: ກະຊວງການຕ່າງປະເທດ)
      ບັນດາຜົນຮ້າຍຢ້ອນຫຼັງທີ່ໂຫດຮ້າຍຈາກສົງຄາມ
            ເຖິງວ່າສົງຄາມໄດ້ສິ້ນສຸດລົງກ່ອນນີ້ 46 ປີ ແລ້ວກໍຕາມ ແຕ່ຜົນຮ້າຍຢ້ອນຫຼັງຈາກສົງຄາມຍັງມີຢູ່, ນັບແຕ່ໄດ້ບາດເຈັບບົນຮ່າງກາຍຂອງນັກຮົບເກົ່າ ແລະ  ສາມັນຊົນ, ຫຼາຍຄົນຕ້ອງເປັນຄົນພິການ ຫຼື ເປັນພະຍາດຕ່າງໆ ຍ້ອນປະສົບເຄາະຮ້າຍຈາກທາດພິດເຄມີ, ຫຼາຍຄອບຄົວຕ້ອງຍົກຍ້າຍບ່ອນພັກອາໄສ, ຈາກພືດພັນຖືກທຳລາຍຢ່າງສິ້ນເຊີງ ຕະຫຼອດຮອດບັນດາເນື້ອທີ່ດິນຖືກມົນລະພິດ ຫຼື ຍັງມີລູກລະເບີດທີ່ບໍ່ທັນແຕກຕົກຄ້າງຢູ່… ບຸກຄົນທີ່ເອົາຕົວລອດຈາກສົງຄາມຄັ້ງນັ້ນ ຍັງສືບຕໍ່ຕ້ອງປະເຊີນໜ້າກັບບັນດາບັນຫາທີີ່ຮ້າຍແຮງຄື ເສດຖະກິດ, ສັງຄົມ ແລະ ສິ່ງແລດລ້ອມ ເຊິ່ງສົງຄາມໄດ້ກໍ່ຂຶ້ນ, ໃນນັ້ນ, ອັດຕາຄົນພິການມາແຕ່ກຳເນີດຢູ່ ຫວຽດນາມ ແມ່ນສູງທີ່ສຸດໃນໂລກ.
            ບໍ່ພຽງແຕ່ ຫວຽດນາມ, ບັນດາການສູນເສຍກ່ຽວກັບຊີວິດອິນຊີຂອງ ອາເມລິກາ ແລະ ບັນດາສຳພັນທະມິດກໍບໍ່ແມ່ນໜ້ອຍ. ນອກຈາກການສູນເສຍກ່ຽວກັບຊີວິດອິນຊີແລ້ວ, ທະຫານ ອາເມລິກາ ຍັງສູນເສຍກ່ຽວກັບດ້ານຈິດໃຈຢ່າງໜັກໜ່ວງນຳອີກ. ທະຫານນັບແສນຄົນ ເມື່ອກັບຄືນເມືອປະເທດ ມີອາການທາງລະບົບປະສາດ, ເປັນໂລກຈິດ ຍ້ອນຈິດໃຈຖືກທຳລາຍ ຈາກຄວາມຢ້ານກົວ, ຄວາມໂຫດຮ້າຍປ່າເຖື່ອນທີ່ເຂົາເຈົ້າເຫັນກັບຕາ ຢູ່ ຫວຽດນາມ. ຈຳນວນທະຫານ ອາເມລິກາ ເປັນໂລກຈິດ ໃນໄລຍະຕໍ່ສູ້ ແລະ ຫຼັງໄລຍະຕໍ່ສູ້ຢູ່ ຫວຽດນາມ ແມ່ນຫຼາຍທີ່ສຸດ ໃນບັນດາສົງຄາມ ເຊິ່ງກອງທັບປະເທດນີ້ໄດ້ເຂົ້າຮ່ວມໃນປະຫວັດສາດ.
ຮ່ວມມືປະຕິບັດພັນທະມະນຸດສະທຳ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີຄວາມຮັບຜິດຊອບ
            ນັບແຕ່ເມື່ອສ້າງການພົວພັນທາງການທູດເປັນປົກກະຕິ, ຫວຽດນາມ ແລະ ອາເມລິກາ ໄດ້ຈັບມືກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
            ປີ 2006, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍໂຄງການສຸຂະພາບ ແລະ ບຳບັດສິ່ງແວດລ້ອມໃນບັນຫາແກ້ໄຂທາດພິດສີສົ້ມຢູ່ ຫວຽດນາມ, ອັນໄດ້ກາຍເປັນຂີດໝາຍສຳຄັນໃນການພ້ອມກັນຊອກຫາບັນດາມາດຕະການໃໝ່ໃຫ້ແກ່ບັນຫາທີ່ສັບສົນນີ້. ປີ 2012, ອົງການພັດທະນາສາກົນ ອາເມລິກາ (USAID) ແມ່ນຄູ່ຮ່ວມມື ພ້ອມກັບກະຊວງປ້ອງກັນປະເທດ ຫວຽດນາມ ຜັນຂະຫຍາຍໂຄງການ “ບຳບັດສິ່ງແວດລ້ອມທີ່ເປັນມົນລະພິດຈາກທາດພິດດີໂອຊິນ ຢູ່ສະໜາມບິນ ດ່າໜັງ”. ພາຍຫຼັງປະຕິບັດສຳເລັດໂຄງການດັ່ງກ່າວ, ປີ 2018, ສອງຝ່າຍ ສືບຕໍ່ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື ເພື່ອປະຕິບັດໂຄງການບຳບັດທາດພິດ ດີໂອຊິນ ຢູ່ບໍລິເວນສະໜາມບິນ ບຽນຮວ່າ.
 
ທ່ານອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel J. Kritenbrink (ພາບ: ສະຖານທູດ ອາເມລິກາ)
      ປີ 2020, ອາເມລິກາ ໃຫ້ຄຳໝັ້ນສັນຍາສະໜອງເງິນຈຳນວນ 65 ລ້ານ USD ສຳລັບໂຄງການໜູນຊ່ວຍຜູ້ພິການ ຫວຽດນາມ ຢູ່ 8 ແຂວງ ບຸລິມະສິດ ພາຍໃນ 5 ປີ, ເພື່ອແນໃສ່ຮັບປະກັນໃຫ້ຄົນພິການ ມີໂອກາດເຊື່ອມຕົວເຂົ້າກັບສັງຄົມຢ່າງຮອບດ້ານ ແລະ ປົວແປງຄຸນນະພາບຊີວິດການເປັນຢູ່ໃຫ້ເຂົາເຈົ້າ. ທ່ານອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel J. Kritenbrink ຢັ້ງຢືນວ່າ:
            “ໜຶ່ງໃນບັນດາບຸລິມະສິດປັດຈຸບັນ ແມ່ນ ການຮ່ວມມືສອງຝ່າຍໃນການແກ້ໄຂບັນດາບັນຫາມະນຸດສະທຳ ແລະ ຜົນຮ້າຍຢ້ອນຫຼັງຈາກສົງຄາມ. ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ເຖິງວ່າສາຍພົວພັນຂອງສອງປະເທດໃນປັດຈຸບັນ ສ່ວນຫຼາຍແມ່ນມຸ່ງໄປສູ່ອະນາຄົດກໍຕາມ, ແຕ່ພວກຂ້າພະເຈົ້າ ກໍຍັງມີຄວາມຮັບຜິດຊອບຕ້ອງແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຈາກອະດີດຕະການ ແລະ ບັນຫາສຳຄັນໜຶ່ງທີ່ກ່ຽວຂ້ອງເຖິງອະດີດຂອງພວກເຮົາ ນັ້ນແມ່ນ ພອ້ມກັນມານະພະຍາຍາມໃນການລ້າງທາດພິດດີໂອຊີນ ຫຼື ຍັງເອີ້ນວ່າ ທາດພິດສີສົ້ມທີ່ຍັງຕົກຄ້າງພາຍຫຼັງສົງຄາມ. ຕົວຢ່າງໜຶ່ງອີກ ກ່ຽວກັບຜົນຮ້າຍຢ້ອນຫຼັງຈາກສົງຄາມນັ້ນແມ່ນ ພວກເຮົາກຳລັງປິ່ນປົວໃຫ້ແກ່ຄົນພິການຢູ່ 8 ແຂວງ ທີ່ຖືກຫວ່ານທາດພິດສີສົ້ມໃນປາງສົງຄາມ. ເປັນທີ່ຈະແຈ້ງແລ້ວວ່າ ທັງສອງປະເທດ ກໍພວມມານະພະຍາຍາມຢ່າງສຸດຂີດເພື່ອຊອກຫາຜູ້ຫາຍສາບສູນໃນສົງຄາມຢູ່ທັງສອງຝ່າຍ”.
            ໃນໄລຍະສິບກວ່າປີມານີ້, ອາເມລິກາ ໄດ້ໜູນຊ່ວຍ ຫວຽດນາມ ດ້ວຍຈຳນວນເງິນນັບຮ້ອຍລ້ານໂດລາສະຫະລັດ ເພື່ອຮັບໃຊ້ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ. ກົງກັນຂ້າມ, ຫວຽດນາມ ກໍຊ່ວຍເຫຼືອ ອາເມລິກາ ໃນການຊອກຫາອັດຖິທະຫານນັບພັນຄົນທີ່ຖືກຫາຍສາບສູນໃນປາງສົງຄາມ ຫວຽດນາມ. ທ່ານພົນໂທ ຫງວຽນຈິຫວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ:
            “ອາເມລິກາ ຕີລາຄາສູງການຮ່ວມມືຂອງ ອາເມລິກາ ກ່ຽວກັບການຊອກຫາອັດຖີຊາວ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ. ອາດເວົ້າໄດ້ວ່າ ນີ້ແມ່ນຂົງເຂດຮ່ວມມືໜຶ່ງ ເຊິ່ງພວກເຮົາມີຄວາມເອກອ້າງທະນົງໃຈທີ່ສຸດ. ພວກເຮົາໄດ້ປະຕິບັດເພື່ອນ້ຳໃຈມະນຸດສະທຳ, ເພື່ອຄວາມຮັບຜິດຊອບ ແລະ ກໍແມ່ນເພື່ອການສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອເພີ່ມທະວີການຮ່ວມມືກັບ ອາເມລິກາ.”
            ຍາກທີ່ຫາໄດ້ໃນສາຍພົວພັນສອງຝ່າຍໃດທີ່ມີບັນຫາແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ພັດມີການປະກອບສ່ວນສຳຄັນຕໍ່ວິວັດການສ້າງ, ປັບປຸງສາຍພົວພັນເປັນປົກກະຕິ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຄືສາຍພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ. ເພື່ອບັນລຸໄດ້ໝາກຜົນຄືໃນປັດຈຸບັນ, ທັງສອງຝ່າຍຕ່າງກໍຕ້ອງກ້າຫານຜ່ານຜ່າເອົາຊະນະຕົນເອງ ດ້ວຍຄວາມຢຶດໝັ້ນໃນການກະທຳ, ຄວາມສະຫຼາດສ່ອງໃສທາງປັນຍາ ແລະ ວິໄສທັດຍຸດທະສາດ ພ້ອມດ້ວຍຄວາມເຊື່ອໝັ້ນຢ່າງແຮງກ້າຕໍ່ອະນາຄົດທີ່ສົດໃສຂອງສອງປະເທດ, ສອງຊາດ. ນີ້ບໍ່ພຽງແຕ່ແມ່ນແບບຢ່າງຂອງວິວັດການໄກ່ເກ່ຍລະຫວ່າງສອງປະເທດ ຈາກສັດຕູກາຍເປັນເພື່ອນມິດ, ເປັນຄູ່ຮ່ວມມືຮອບດ້ານ ເທົ່ານັ້ນ, ຫາກຍັງແມ່ນມາດຕະການແກ້ໄຂສຳລັບການປະທະກັນຕ່າງໆໃນພາກພື້ນ ແລະ ສາກົນ ໃນປັດຈຸບັນອີກດ້ວຍ./.
(ແຫຼ່ງຄັດຈາກ VOV)