• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ແກງປູມ້າ

“ແກງປູມ້າ” ເປັນລາຍການອາຫານມູນເຊື້ອ ຂອງ ປະຊາ ຊົນ ຢູ່ເຂດພາກກາງ ຫວຽດນາມ. ປັດຈຸບັນ, ຊາວຮ່າໂນ້ຍ ແລະ ນັກທ່ອງທ່ຽວທົ່ວທຸກ ສາລະທິດ ກໍສາມາດ ຮັບປະ ທານອາຫານເຍື່ອງນີ້ ໃນເວລາປັ້ນເຂົ້າເຊົ້າ ດ້ວຍການ ປັບປ່ຽນ ດ້ານລົດຊາດທ່ີແປກໃໝ່ ບໍ່ຄືໃຜ ຊຶ່ງມີລົດຊາດ ທ່ີ ແຊບຊ້ອຍ ດຶງດູດໃຈ. 

ຮ້ານອາຫານ ແກງປູມ້າ OSON ຕັ້ງຢູ່:
ຮ່ອມ 1 ຖະໜົນ ເຈິ່ນຮຸຍລ້ຽວ, ຢ໊າງຫວໍ໋ (105-C5)
ໂທລະສັບ: 097.885.3579 - 039.857.4102
ອີເມລ: oson.banhcanhghe@gmail.com
ເຟັດບຸກ: https://www.facebook.com/banhcanhgheOSON
ທ່ານນາງ ແທກເຮືອງ ເປັນຊາວ ຮ່າໂນ້ຍ ມີຄວາມ ມັກຮັກ ຕໍ່ ບັນດາລາຍການອາຫານ ຈາກແກງປູມ້າ ແລະ ສິນທະ ເລ ຫວຽດນາມ ໄດ້ປະສົບຜົນສຳເລັດ ໃນການນຳລາຍ ການອາຫານ ແກງປູມ້າ ມູນເຊື້ອໄປເຖິງນັກຊີມ ຮ່າໂນ້ຍ. ທ່ານນາງ ແທກເຮືອງ ໃຫ້ຮູ້ວ່າ ຈາກການ ປະສົມປະສານ ບັນດາວັດຖຸປະກອບທີ່ເຂັ້ມຂຸ້ນໄປດ້ວຍລົດຊາດ ຂອງ ທະ ເລ ໄດ້ປຸງແຕ່ງເປັນ ລາຍການອາຫານ ທີ່ມີສີສັນ ສົດໃສ ເຊັ່ນ: ສີຂາວໃສຂອງແກງປູມ້າ, ສີສົ້ມ ຂອງ ປູທະເລ, ສີ ເຫຼືອງຂອງ ຢໍ່ປາ, ຄວາມຫອມແຊບຂອງນໍ້າແກງ ໄດ້ເຮັດ ໃຫ້ ແກງປູມ້າ ກາຍເປັນລາຍການອາຫານ ທີ່ມີຊື່ສຽງ.

ດ້ວຍສີມື ຂອງ ຜູ້ປຸງແຕ່ງ, ລາຍການອາຫານ ແກງປູມ້າ ໄດ້ກາຍເປັນສິລະປະ ຂອງ ພໍ່ຄົວ. ຈາກໃຈ ຂອງ ຜູ້ ເປັນ ແມ່, ທ່ານນາງ ແທກ ເຮືອງ ໄດ້ສ້າງບັນດາລາຍການອາ ຫານ ຈາກແກງປູມ້າ ແລະ ແນະນຳລາຍການອາຫານນີ້ ໄປສູ່ມວນຊົນ.


 ເຄືອງປະກອບເພື່ອປຸງແຕ່ງລາຍການອາຫານ ແກງປູມ້າ. 


 ລາຍການອາຫານ ແກງປູມ້າ ຢູ່ຮ້ານອາຫານ ແກງປູມ້າ  OSON.

ບົດ: ບິກເວິນ - ພາບ: ແທງຢາງ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ເຂົ້າປຽກຫອຍນາງລົມ - ລົດຊາດແຫ່ງທ້ອງທະເລ

ຈາກຫອຍນາງລົມ ສົດໆ ຈາກທ້ອງທະເລ ຫວຽດນາມ, ຜູ້ຄົນໄດ້ສ້າງ ສັນເມນູ ເຂົ້າປຽກຫອຍນາງລົມ ທີ່ຫອມຫວານ, ເຕັມໄປດ້ວຍຄຸນຄ່າ ທາງໂພຊະນາການ ແລະ ລົດຊາດ ທ່ີເຂັ້ມຂົ້ນ ຂອງ ທ້ອງທະເລ. ເຂົ້າ ປຽກ ຫອຍນາງລົມ ບໍ່ພຽງແຕ່ເປັນອາຫານ ທີ່ຄຸ້ນເຄີຍ ໃນຊີວິດປະຈຳ ວັນ ຂອງ ຊາວ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນວິທີ ໃຫ້ນັກທ່ອງທ່ຽວ ໄດ້ ສຳຜັດກັບລົດຊາດ ຫວານຊື່ນ ຂອງ ທ້ອງທະເລ ແລະ ຄວາມລຽບ ງ່າຍ ຂອງ ອາຫານ ຫວຽດນາມ ຢ່າງຄົບຖ້ວນ.

Top