• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດຫວຽດນາມປະຈຳຈີນພົບປະກັບສື່ມວນຊົນຈີນ

      ວັນທີ 07 ມັງກອນ, ຢູ່ສະຖານທູດຫວຽດນາມ ປະຈຳນະຄອນຫຼວງປັກກິງ, ປະເທດຈີນ, ໄດ້ດຳເນີນການພົບກັບຜູ້ຕາງໜ້າ ແລະ ນັກຂ່າວຂອງບັນດາອົງການສື່ມວນຊົນຫຼັກແຫຼ່ງຈີນ ພ້ອມກັບບັນດາອົງການສື່ມວນຊົນຫວຽດນາມ ປະຈຳຈີນ ເນື່ອງໃນໂອກາດຕົ້ນປີໃໝ່ສາກົນ.

ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຈີນ ດັ້ງມິງຄອຍ ພົບປະກັບສື່ມວນຊົນຈີນ
(ພາບ: TTXVN)
      ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຈີນ ດັ້ງມິງຄອຍ ໄດ້ສະເໜີຕໍ່ບັນດານັກຂ່າວ, ອົງການສື່ມວນຊົນຈີນ ກ່ຽວກັບບັນດາຜົນງານພົ້ນເດັ່ນຂອງຫວຽດນາມ ໃນປີ 2018. ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດປາດຖະໜາວ່າ ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນລະຫວ່າງ 2 ປະເທດໃນປີທີ່ຜ່ານມາ, ປີ 2019 ຈະສືບຕໍ່ແມ່ນປີປະສົບຜົນສຳເລັດຂອງການພົວພັນຫວຽດນາມ - ຈີນ; ປາດຖະໜາວ່າ ບັນດາການຢ້ຽມຢາມຂັ້ນສູງສຳຄັນລະຫວ່າງ 2 ປະເທດໃນປີ 2019 ຈະເຮັດໃຫ້ການພົວພັນຄູ່ຮ່ວມມື ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ການຮ່ວມມືໃຫ້ແທດຈິງ, ກໍຄືແກ້ໄຂບັນດາຂໍ້ຕິດຂັດໃນການພົວພັນຂອງ 2 ປະເທດໃນຂົງເຂດຕ່າງໆ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top