• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາອວຍພອນບຸນປີໃໝ່ລາວ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຟ້າມກວາງວິງ, ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ໄໝ ໄຊວົງ
ພ້ອມ​ດ້ວຍ​ພັນ​ລະ​ຍາ
(ພາບ: TTXVN)
      ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິກ​າ ຟ້າມກວາງວິງ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຜູ້​ຕາງ​ໜ້າ​​ພະ​ນັກ​ງານສະ​ຖານ​ທ​ູດ ໄດ້​ໄປ​ວອຍ​ພອນ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ໄໝ ໄຊວົງ, ​ພ້ອມ​ດ້ວຍພັນ​ລະ​ຍາ ແລະ ບັນ​ດາ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ​ລາວ ປະ​ຈຳ​ອາ​ເມ​ລິ​ກາ ເມື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ ພ.ສ 2560 ຂອງ​ປະ​ຊາ​ຊົນ​ລາວ ບັນ​ດາ​ເຜົ່າ. ທ່ານ​ເອກອ​ັກ​ຄະ​ລັດ​ຖ​ະ​ທູດ ຟ້າມກວາງວິງ ໄດ້​ອວ​ຍ​ພອນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ໄໝ ໄຊວົງ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທ​ູດ​ລາວ ແລະ ຄອບ​ຄົວ ປີ​ໃໝ່​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດໃນ​ໜ​້າ​ທີ່​ການ​ງານ​ຂອງ. ເອກ​ອັກ​ຄະ​ລັດ​ຖະ​ທ​ູດ 2 ທ່ານ​ຢືນ​ຢັນ​ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ 2 ສະ​ຖານ​ທູດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ ໄໝ ໄຊວົງ ໄດ້​ດຳ​ເນີນ​ພິ​ທີ​ຫົດ​ນ້ຳ ໃຫ້​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າ​ມກວາງວິງ, ພັນ​ລະ​ຍາ ແລະ ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ຕາມ​​ປະ​ເພ​ນີ​ຂອງ​ລາວ, ອວຍ​ພອນ​ໃນ​ປີ​ໃໝ່​ຈົ່ງ​ມີ​ຄວາມ​ຜາ​ສຸກ, ໂຊກ​ດີ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ການ​ງານ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top