• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດ ຫວຽດ​ນາມ ບັນ​ລຸ​ການ​ເຕີບ​ໂຕ​ສູງ​ໃນ​ປີ 2022

ບົດຂຽນນີ້ໄດ້ຄັດສະເໜີຄຳເຫັນຂອງຜູ້ອຳນວຍການທະນາຄານການພັດທະນາອາຊີ (ADB) ປະຈຳ ຫວຽດນາມ, ທ່ານ Andrew Jefferies ໄດ້ສະແດງຄວາມປະເອີບໃຈກ່ຽວກັບຄວາມບົ່ມຊ້ອນການເຕີບໂຕເສດຖະກິດຂອງ ຫວຽດນາມ.
ພາບປະກອບ: TTXVN

ໂລກລະບາດໂຄວິດ - 19 ໄດ້ກໍ່ຜົນກະທົບຢ່າງຮ້ານແຮງໃຫ້ແກ່ພື້ນຖານເສດຖະກິດໂລກ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງມານະພະຍາຍາມຮັກສາລະດັບການເຕີບໂຕ GDP ເພີ່ມຂຶ້ນ, ພິເສດລະດັບສົ່ງອອກບັນລຸໄດ້ສະຖິຕິໃໝ່, ເຂົ້າໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າສາກົນ. ໃນບົດຂຽນທີ່ຫາກໍ່ໄດ້ຄັດສະເໜີ, ສຳນັກຂ່າວສານ Sputnik (ລັດເຊຍ) ໄດ້ຄາດຄະເນວ່າໃນປີ 2022, ປະກອບຄຳເຫັນຂອງ ທະນາຄານໂລກ (WB), ທະນາຄານການພັດທະນາອາຊີ (ADB), ບໍລິສັດຫຸ້ນສ່ວນຫຼັກຊັບ VNDIRECT ແລະ ບັນດານັກຊຽວຊານ, ນັກລົງທຶນ, ໄດ້ສະແດງຄວາມປະເອີບໃຈກ່ຽວກັບຄວາມບົ່ມຊ້ອນການເຕີບໂຕເສດຖະກິດຂອງ ຫວຽດນາມ ດ້ວຍບັນດາກຳລັງໜູນຊຸກຍູ້ GDP ຟື້ນຟູຢ່າງແຮງຄື ການສົ່ງອອກ, ການໃຊ້ສອຍພາຍໃນປະເທດ, ດຶງດຸດ FDI, ບັນດານະໂຍບາຍຢ່າງທັນການ, ມີປະສິດທິຜົນຈາກລັດຖະບານພາຍໃຕ້ຄວາມຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ບົດຂຽນນີ້ໄດ້ຄັດສະເໜີຄຳເຫັນຂອງຜູ້ອຳນວຍການທະນາຄານການພັດທະນາອາຊີ (ADB) ປະຈຳ ຫວຽດນາມ, ທ່ານ Andrew Jefferies ໄດ້ສະແດງຄວາມປະເອີບໃຈກ່ຽວກັບຄວາມບົ່ມຊ້ອນການເຕີບໂຕເສດຖະກິດຂອງ ຫວຽດນາມ. ທ່ານ Jefferies ເອົາໃຈໃສ່ໃນປີ 2022, ພາກພື້ນ ອາຊີ ຈະໄດ້ເປັນສັກຂີພິຍານແກ່ການຟື້ນຟູການສົ່ງອອກຢ່າງລື່ນກາຍ ແລະ ຫວຽດນາມ ແມ່ນປະເທດທີ່ໄດ້ສືບຕໍ່ຍາດແຍງໂອກາດເພື່ອເພີ່ມຄວາມໄວໃນການສົ່ງອອກ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top