• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ປີ 2021: ຮັບມື ແລະ ຜ່ານຜ່າໂລກລະບາດໂຄວິດ - 19 ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາ

      ກອງປະຊຸມສໍາມະນາຖືກຈັດຂຶ້ນເພື່ອແນໃສ່ສະຫຼຸບສະພາບເສດຖະກິດສັງລວມຂອງ ຫວຽດນາມ ໃນປີ 2020, ຕີລາຄາບັນດານະໂຍບາຍຮັບມືກັບໂລກລະບາດໂຄວິດ - 19 ຂອງ ລັດຖະບານ, ຈາກນັ້ນ, ບັນດານັກຊ່ຽວຊານເສດຖະກິດ ໄດ້ສະເໜີບາງຂໍ້ສະເໜີແນະກ່ຽວກັບນະໂຍບາຍ ເພື່ອແນໃສ່ນຳປະເທດຜ່ານຜ່າໂລກລະບາດໂຄວິດ - 19.
ກອງປະຊຸມສຳມະນາ ເສດຖະກິດຫວຽດນາມ ປີ 2020 ແລະ ແງ່ຫວັງປີ 2021 - ຮັບມື ແລະ ຜ່ານຜ່າໂລກລະບາດໂຄວິດ - 19
ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາ”.
      ຕອນເຊົ້າວັນທີ 31 ມີນາ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ສົມທົບກັບ ຄະນະເສດຖະກິດສູນກາງ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ, ກຸ່ມບໍລິສັດລົງທຶນ ແລະ ຄຸ້ມຄອງ V-Startup ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດແຫ່ງຊາດ້ວຍຫົວຂໍ້ “ເສດຖະກິດຫວຽດນາມ ປີ 2020 ແລະ ແງ່ຫວັງປີ 2021 - ຮັບມື ແລະ ຜ່ານຜ່າໂລກລະບາດໂຄວິດ - 19 ມຸ່ງໄປເຖິງການຟື້ນຟູ ແລະ ພັດທະນາ”. ກອງປະຊຸມສໍາມະນາຖືກຈັດຂຶ້ນເພື່ອແນໃສ່ສະຫຼຸບສະພາບເສດຖະກິດສັງລວມຂອງ ຫວຽດນາມ ໃນປີ 2020, ຕີລາຄາບັນດານະໂຍບາຍຮັບມືກັບໂລກລະບາດໂຄວິດ - 19 ຂອງ ລັດຖະບານ, ຈາກນັ້ນ, ບັນດານັກຊ່ຽວຊານເສດຖະກິດ ໄດ້ສະເໜີບາງຂໍ້ສະເໜີແນະກ່ຽວກັບນະໂຍບາຍ ເພື່ອແນໃສ່ນຳປະເທດຜ່ານຜ່າໂລກລະບາດໂຄວິດ - 19. ຕາມນັ້ນແລ້ວ, ນະໂຍບາຍເງິນຕາຜ່ອນຜັນຕ້ອງລະມັດລະວັງກ່ຽວກັບຂອບຂະໜາດ ແລະ ເວລາແກ່ຍາວ. ນະໂຍບາຍສົກປີການເງິນຕ້ອງໃຊ້ຈ່າຍໃຫ້ຖືກຈຸດສຸມ, ປະຢັດ, ໜູນຊ່ວຍບັນດາເປົ້າໝາຍທີ່ມີຄວາມຈຳເປັນເປັນພິເສດ. ບັນດານະໂຍບາຍກ່ຽວຂ້ອງເຖິງການໜູນຊ່ວຍສັງຄົມ ຕ້ອງຈັດສັນຕາມລຳລັບໃຫ້ບຸລິມະສິດແຖວໜ້າ. ພ້ອມກັນນັ້ນ, ຕ້ອງຍູ້ໄວການປ່ອຍເງິນລົງທຶນສາທາລະນະ, ຕິດຕາມກວດກາບັນດາບ້ວງສິນເຊື່ອໃນບັນດາຂົງເຂດມີຄວາມສ່ຽງ ຫຼື ບໍ່ມີການຜະລິດ ເພື່ອຮັບປະກັນໂຄງປະກອບສິນເຊື່ອໃຫ້ປອດໃສ ແລະ ປອດໄພ. 
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top