• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ,ສັງຄົມຂອງຫວຽດນາມປີ2018 ແມ່ນ “ຮູບພາບສວຍງາມ,ຮອບດ້ານ”

      ວັນທີ 30 ພຶດສະພາ, ສະພາແຫ່ງຊາດໄດ້ປຶກສາຫາລື ຕີລາຄາເພີ່ມເຕີມໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2018, ສະພາບການປະຕິບັດແຜນການພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2019.


ສະມາຊິກສະພາແຫ່ງຊາດປະກອບຄໍາເຫັນທີ່ກອງປະຊຸມ (ພາບ:quochoi.vn)
      ການປຶກສາຫາລືໄດ້ຖ່າຍທອດສົດເພື່ອໃຫ້ປະຊາຊົນໃນທົ່ວປະເທດຕິດຕາມ.
 ປີ 2018, GDP ບັນລຸ 7,08% ຊື່ງແມ່ນລະດັບສູງສຸດນັບແຕ່ປີ 2008 ແລະ ຖືກຈັດເຂົ້າໃນກຸ່ມບັນດາພື້ນຖານເສດຖະກິດມີການເຕີບໂຕສູງສຸດໃນພາກພື້ນ ແລະໂລກ. ເຖິງວ່າ GDP ບັນລຸລະດັບສູງພໍສົມຄວນນັ້ນ ແຕ່ ບັນດາສະມາຊິກສະພາແຫ່ງຊາດ ກໍ່ຍົກໃຫ້ເຫັນຂໍ້ຈຳກັດຂອງບັນດາວິສາຫະກິດພາຍໃນປະເທດໃນວິວັດການຜະລິດບັນດາຜະລິດຕະພັນ ຂອງບັນດາວິສາຫະກິດຕ່າງປະເທດຕັ້ງຢູ່ຫວຽດນາມ. ທ່ານ ກາວດີງເຖືອງ, ຄະນະ ສະມາຊິກສະພາແຫ່ງຊາດ ຟູທໍ້ ຖືວ່າ:
ສະເຫນີ ລັດຖະບານ ຕີລາຄາຕື່ມອີກກ່ຽວກັບການລົງທຶນ, ການເຕີບໂຕ ຊື່ງວິສາຫະກິດຕ່າງປະເທດນຳມາໃຫ້ ຈາກນັ້ນ ມີການປ່ຽນໃຫມ່ກ່ຽວກັບນະໂຍບາຍ, ສອດຄ່ອງ ແລະ ມີຄວາມຍຸຕິທຳຕໍ່ກັບບັນດາວິສາຫະກິດພາຍໃນປະເທດ. ທີສອງ ລະບຽບການບໍລິຫານຍັງບໍ່ທັນມີຄວາມສະດວກສະບາຍປານໃດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ປີ 2026 ແຕ່​ວັນ​ທີ 7 – 9 ມິ​ຖຸ​ນາ 2026, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ.

Top