• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ Davos 2019: ການນຳໂລກຫລາຍຄົນຮຽກຮ້ອງໃຫ້ຮັດແໜ້ນການຄຸ້ມຄອງຂໍ້ມູນ

      ໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ພວມດຳເນີນຢູ່ Davos, ປະເທດ ສະວິດ, ຫົວເລື່ອງຄຸ້ມຄອງຂໍ້ມູນຖືກຍົກອອກມາປຶກສາຫາລືໃນວັນທີ 23 ມັງກອນ

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: Reuters)
      ໃນນັ້ນ ບັນດາການນຳ ຍີ່ປຸ່ນ, ອາຟຣິກກາໃຕ້, ເຢຍລະມັນ ແລະ ຈີນ ລ້ວນແຕ່ຮຽກຮ້ອງໃຫ້ບັນດາປະເທດໃນໂລກຕິດຕາມກວດກາຂົງເຂດນີ້ຢ່າງແໜ້ນແຟ້ນກ່ວາ.
        ກ່າວຄຳເຫັນທີ່ WEF, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ: ການຄຸ້ມຄອງຂໍ້ມູນຈະແມ່ນຫົວເລື່ອງຕົ້ນຕໍທີ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ໂດຍ ຍີ່ປຸ່ນ ຈະເປັນເຈົ້າພາບຈັດຕັ້ງໃນເດືອນ ມິຖຸນາ ຈະມາເຖິງ. ນະທີ່ນີ້, ອຳນາດການປົກຄອງຂອງທ່ານ ຈະຊຸກຍູ້ລະບົບສາກົນໃໝ່ ເພື່ອແນໃສ່ຕິດຕາມກວດກາການນຳໃຊ້ຂໍ້ມູນ. ທ່ານປະທານາທິບໍດີ ອາຟຣິກກາໃຕ້ Cyril Ramaphosa, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ທ່ານຮອງປະທານປະເທດ ຈີນ ຫວາງສີຊານ ກໍ່ຢັ້ງຢືນວ່າ ບັນດາປະເທດໃນໂລກ ຕ້ອງສົມທົບກັນໃນການຕິດຕາມກວດກາຂົງເຂດເຕັກໂນໂລຊີ.
 (ແຫຼ່ງຄັດຈາກ VOV)

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ສື່ມວນ​ຊົນ​ສາ​ກົນ​​ປະ​ທັບໃຈ​ຕໍ່​​ການ​ເຕີບ​ໂຕ​​ເສດ​ຖະ​ກິດ ຂອງຫວຽດ​ນາມ

ໃນຊຸມວັນຜ່ານມາ, ບັນດາສຳນັກຂ່າວສານສາກົນໄດ້ຕີລາຄາສູງຕໍ່ທ່າຟື້ນຟູຢ່າງແຮງຂອງເສດຖະກິດ ຫວຽດນາມ, ເມື່ອລະດັບເຕີບໂຕໃນໄຕມາດທີ III ບັນລຸ 8,22%, ເຊິ່ງເປັນລະດັບສູງສຸດໃນກວ່າ 1 ທົດສະວັດຜ່ານມາ.

Top