• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສເສດຖະກິດໂລກ ອາຊຽນ 2018: ຂີດໝາຍ ຫວຽດນາມ ບົນເວທີສາກົນ

ກອງປະຊຸມ WEF ASEAN ປີ 2018 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 11 – 13 ກັນຍາ 2018 ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ນ້ຳໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 21 ຕຸລາ,  ຢູ່ຮ່າໂນ້ຍ, ໄດ້ຈັດຕັ້ງກອງປະຊຸມສະຫລຸບໝາກຜົນຂອງເວທີປາໄສເສດຖະກິດ ໂລກ ASEAN 2018 (WEF ASEAN 2018).

        ກອງປະຊຸມ WEF ASEAN ປີ 2018 ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 11 – 13 ກັນຍາ 2018 ດ້ວຍຫົວຂໍ້ວ່າ “ອາຊຽນ 4.0: ນ້ຳໃຈວິສາຫະກິດ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4”. ບົດລາຍງານສະຫລຸບວຽກງານການກະກຽມ, ການຈັດຕັ້ງກອງປະຊຸມ WEF ASEAN 2018, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ຫົວໜ້າຄະນະຈັດຕັ້ງ WEF ASEAN 2018 ເນັ້ນໜັກວ່າ:

        “ໂດຍແມ່ນກອງປະຊຸມ WEF ພາກພື້ນທີ່ເຕົ້າໂຮມຜູ້ແທນຫຼາຍທີ່ສຸດນັບແຕ່ກ່ອນມາເຖິງປັດຈຸບັນດ້ວຍຜູ້ແທນກ່ວາ 1.000 ຄົນ, ໃນນັ້ນມີການເຂົ້າຮ່ວມຂອງປະມຸກລັດທີ່ມາຈາກບັນດາປະເທດ ອາຊຽນ ຫຼາຍທີ່ສຸດ. ມີຈຳນວນວາລະປຶກສາຫາລືຫຼາຍທີ່ສຸດເຊິ່ງແມ່ນ 60 ຄັ້ງ, ມີເນື້ອໃນປຶກສາຫາລືກວມລວມບັນດາບັນຫາສຳຄັນທັງດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ, ສະພາບແວດລ້ອມຂອງ ອາຊຽນ ແລະ ພາກພື້ນ. ກອງປະຊຸມກໍ່ດຶງດູດຄວາມສົນໃຈຈາກສື່ມວນຊົນສາກົນຫຼາຍທີ່ສຸດນັບແຕ່ກ່ອນມາເຖິງປັດຈຸບັນເມື່ອທຽບໃສ່ກອງປະຊຸມ WEF ຢູ່ພາກພື້ນ.”

        ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: WEF ASEAN ໄດ້ບັນລຸຜົນສຳເລັດຢ່າງຈົບງາມໃນທຸກດ້ານຈາກຫົວຂໍ້, ເນື້ອໃນ, ການໂຄສະນາເຜີຍແຜ່ - ວັດທະນະທຳ ຕະຫຼອດຮອດພິທີການ, ພາລະທິການ…, ນຳ ຫວຽດນາມ ກາຍເປັນຈຸດເດັ່ນຂອງພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

        “ອາດເວົ້າໄດ້ວ່າ WEF ASEAN 2018 ໄດ້ສ້າງຂີດໝາຍອັນໂດດເດັ່ນໃຫ້ແກ່ ຫວຽດນາມ ທາງດ້ານການເມືອງ, ການຕ່າງປະເທດຂອງປະເທດພວກເຮົາຕໍ່ໂລກ, ຕໍ່ພາກພື້ນ. ໃນການຢ້ຽມຢາມ ເອີລົບຂອງຂ້າພະເຈົ້າຫວ່າງແລ້ວນີ້ ກໍ່ມີປະມຸກລັດຫຼາຍທ່ານໄດ້ສະແດງຄວາມຍິນດີທີ່ມີກອງປະຊຸມມີຂອບຂະໜາດໃຫຍ່ຄືແນວນັ້ນຖືກຈັດຕັ້ງຢູ່ ຫວຽດນາມ. ມີຈຳນວນຜູ້ແທນເຂົ້າຮ່ວມຢ່າງຫຼວງຫຼາຍເຖິງກ່ວາ 1.000 ທ່ານ, ມີກຸ່ມບໍລິສັດໃຫຍ່ເສດຖະກິດ 500 ແຫ່ງ ແລະ ກຸ່ມບໍລິສັດ ຫວຽດນາມ ນັບສິບໆແຫ່ງເຂົ້າຮ່ວມ. ນີ້ແມ່ນໝາກຜົນທີ່ເປັນໜ້າຈົດຈຳ, ມັນສະແດງໃຫ້ເຫັນອິດທິພົນຊື່ສຽງ ແລະ ກຳລັງດຶງດູດຂອງ ຫວຽດນາມ ໃນເວທີສາກົນ.”

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top