• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສດໍາເນີນທຸລະກິດຕ້ອງມີຄວາມຮັບຜິດຊອບ - ພື້ນຖານເພື່ອບຸກທະລຸ

      ບັນດານັກທຸລະກິດຍິງຫວຽດນາມຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ຊາວຜູ້ອອກແຮງງານ, ສັງຄົມ ແລະ ປະເທດຊາດ. 
        ຕອນບ່າຍວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ໂດຍໄດ້ຮັບການອຸປະຖໍາຈາກຫ້ອງການການຄ້າ ແລະ ອຸດສາຫະກິດ ຫວຽດນາມ, ສະພານັກທຸລະກິດຍິງຫວຽດນາມ ໄດ້ຈັດຕັ້ງເວທີປາໄສ “ດໍາເນີນທຸລະກິດຕ້ອງມີຄວາມຮັບຜິດຊອບ - ພື້ນຖານເພື່ອບຸກທະລຸ.

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງ  ກ່າວຄໍາເຫັນທີ່ເວທີປາໄສ  (ພາບ:phunuvietnam.vn)
      ກ່າວຄໍາເຫັນທີ່ເວທີປາໄສ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນ ສູນກາງ ສະເໜີໃຫ້ບັນດານັກທຸລະກິດຍິງຫວຽດນາມຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ຊາວຜູ້ອອກແຮງງານ, ສັງຄົມ ແລະ ປະເທດຊາດ. ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ, ປະຊາຄົມນັກທຸລະກິດຍິງຫວຽດນາມ ຍາມໃດກໍຄຽງບ່າຄຽງໄລ່ກັບບັນດາວິສາຫະກິດ, ນັກທຸລະກິດຫວຽດນາມ, ພ້ອມກັນປະກອບສ່ວນໃຫ້ແກ່ປະເທດຊາດ.
        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນທັດສະນະ, ປະສົບການຕົວຈິງກ່ຽວກັບການດໍາເນີນທຸລະກິດຕ້ອງມີຄວາມຮັບຜິດຊອບ, ຍຸດທະສາດດໍາເນີນທຸລະກິດຕ້ອງມີຄວາມຮັບຜິດຊອບຂອງບັນດາວິສາຫະກິດ ແລະ ບົດຮຽນສໍາເລັດຜົນໃນການຜະລິດ ແລະ ດໍາເນີນທຸລະກິດ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top