• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເຂດ 4

      ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ ທະຫານເຂດ 4 ແມ່ນສະຖານທີ່ພິເສດໃນຍຸດທະສາດປົກປັກຮັກສາປະເທດຊາດ. ເລື່ອງຕັ້ງທັບໃນບໍລິເວນທະຫານເຂດ 4 ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານເຂດ 4
      ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ເງະອານ, ຕອນເຊົ້າວັນທີ 29 ຕຸລາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ກອງບັນຊາການທະຫານເຂດ 4. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເນັ້ນໜັກວ່າ ທະຫານເຂດ 4 ແມ່ນສະຖານທີ່ພິເສດໃນຍຸດທະສາດປົກປັກຮັກສາປະເທດຊາດ. ເລື່ອງຕັ້ງທັບໃນບໍລິເວນທະຫານເຂດ 4 ແມ່ນຄວາມເປັນກຽດອັນໃຫຍ່ຫຼວງ, ແຕ່ກໍ່ມີຫຼາຍສິ່ງລຳບາກກາກກຳ, ສິ່ງທ້າທາຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງສະເໜີໃຫ້ພະນັກງານ,ທະຫານກຳລັງປະກອບອາວຸດທະຫານເຂດ 4 ສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ ແລະ ບົດຮຽນທີ່ມີຢູ່ແລ້ວ, ແກ້ໄຂທຸກໆຄວາມຫຍຸ້ງຍາກ, ສິ່ງທ້າທາຍດ້ວຍຄວາມຕັດສິນໃຈສູງ.
        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຖະຫວາຍທູບທຽນໄວ້ອາໄລປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານ ກິມລຽນ, ຢູ່ຕາແສງ ກິມລຽນ, ເມືອງ ນາມດ່ານ.
 (ແຫຼ່ງຄັດຈາກ VOV)

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ ປະພາຄານ ໃນ ອາຊຽນ

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ “ປະພາຄານ” ໃນ ອາຊຽນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ

Top